• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ

      ການຮ່ວມມືທາງດ້ານວັດທະນະທໍາ ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ເວເນຊູເອລາ ກັບບັນດາປະເທດ ອາຊຽນ
        ຄະນະກໍາມະການ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ Caracas ໄດ້ສົມທົບກັບກະຊວງການຕ່າງປະເທດ, ກະຊວງວັດທະນະທໍາ ເວເນຊູເອລາ ຈັດຕັ້ງ ວັນບຸນແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ (ແຕ່ວັນທີ 11 – 14 ທັນວາ) ຢູ່ສໍານັກງານກະຊວງການຕ່າງປະເທດ ເວເນຊູເອລາ.
        ກ່າວຄໍາເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ດ່າວແທ່ງຈູງ ໄດ້ທົບທວນຄືນປະຫວັດແຫ່ງການພັດທະນາຂອງ ອາຊຽນ ໃນຕະຫຼອດ 51 ປີຜ່ານມາ, ເນັ້ນໜັກເຖິງບົດບາດຂອງວັດທະນະທໍາໃນການຊຸກຍູ້ການພົວພັນໃກ້ຊິດສະໜິດສະໜົມລະຫວ່າງບັນດາປະເທດອາຊຽນ  ແລະ ບັນດາປະເທດຢູ່ນອກປະຊາຄົມ; ຢັ້ງຢືນການຮ່ວມມືທາງດ້ານວັດທະນະທໍາ ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ເວເນຊູເອລາ ກັບບັນດາປະເທດ ອາຊຽນ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ແນະນໍາກ່ຽວກັບພື້ນຖານວັດທະນະທໍາ, ປະເທດຊາດ ແລະ ຊາວຫວຽດນາມ ອີກດ້ວຍ.
        ເຫດການດັ່ງກ່າວມີການເຄື່ອນໄຫວວາງສະແດງບັນດາຜະລິດຕະພັນວັດທະນະທໍາ, ການສະແດງສິລະປະ, ອາຫານການກິນ ຂອງ 03 ປະເທດອາຊຽນ (ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ) ແລະ ເວເນຊູເອລາ. ເຂົ້າຮ່ວມວັນບຸນແລກປ່ຽນວັດທະນະທໍາ ອາຊຽນ - ເວເນຊູເອລາ, ສະຖານທູດຫວຽດນາມ ໄດ້ວາງສະແດງບັນດາຜະລິດຕະພັນຄື ເຄື່ອງດົນຕີ, ຊຸດອາພອນປະຈໍາຊາດ, ຮູບບັນດາທິວທັດທໍາມະຊາດທີ່ເຮັດດ້ວຍຫີນປະເສີດ, ວັດທະນະທໍາທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ທີ່ UNESCO ໄດ້ຮັບຮອງເອົາ ກໍຄືແນະນໍາອາຫານເຍື່ອງຕ່າງໆຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top