• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາທ່ຽວພາກກາງໃນຊຸມວັນບຸນເຕັດເປັນຈໍານວນຫຼວງຫຼາຍ

      ໃນວັນທໍາອິດຂອງປີໃໝ່ນີ້ ໄດ້ມີແຂກທ່ອງທ່ຽວນັບພັນຄົນມາຢ້ຽມຊົມ ແລະ ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ດ້ວຍຄວາມເບີກບານມ່ວນຊືນ ຢູ່ພະລາດຊະວັງເຫວ້.
            ໃນວັນທໍາອິດຂອງປີໃໝ່ ປີກຸນ 2019, ຄະນະແຂກທ່ອງທ່ຽວທໍາອິດທີ່່ຂີ່ກໍ່າປັ່ນ Silversea ລວມມີ 168 ຄົນ ຂອງບໍລິສັດທ່ອງທ່ຽວ ເຕິນຮົ່ງ ໄດ້ມາຢ້ຽມຊົມປີໃໝ່ ພະລາດຊະວັງເຫວ້. ທ່ານ ຟານງອັກເທາະ ປະທານຄະນະກໍາມະການປະຊາຊົນແຂວງ ເທື່ອທຽນເຫວ້ ປາດຖະໜາວ່າ ແຂກທ່ອງທ່ຽວເຫຼ່ົານັ້ນ ຈະແມ່ນ ທູດການທ່ອງທ່ຽວ ປະກອບສ່ວນໂຄສະນາພາດພົດຂອງເຫວ້ ເຖິງເພື່ອນມິດສາກົນ.

ແຂກທ່ອງທ່ຽວມາທ່ຽວຊົມຢູ່ເຫວ້ ເປັນຈໍານວນຫຼວງຫຼາຍ (ພາບ:Toquoc.vn)
            ໃນໂອກາດປີໃໝ່ປີກຸນນີ້, ບັນດາເຂດປູຊະນີຍະສະຖານ ຂຶ້ນກັບເຂດມໍລິດົກເຫວ້ ຈະເປີດປະຕູໂດຍບໍ່ເກັບຄ່່າ ເພື່ອຕ້ອນຮັບຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວຫວຽດນາມ ໂດຍບໍ່ເສຍຄ່າ ແຕ່ວັນທີ 5 ກຸມພາ (ກົງກັບວັນທີ 01 ບຸນເຕັດ) ຮອດວັນທີ 7 ກຸມພາ (ວັນທີ 3 ບຸນເຕັດ). ໃນວັນທໍາອິດຂອງປີໃໝ່ນີ້ ໄດ້ມີແຂກທ່ອງທ່ຽວນັບພັນຄົນ ມາຢ້ຽມຊົມ ແລະ ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ດ້ວຍຄວາມເບີກບານມ່ວນຊືນ ຢູ່ພະລາດຊະວັງເຫວ້. ທ່ານ ຟານແທັງຫາຍ, ຜູ້ອໍານວຍການສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸ່ງເກົ່າເຫວ້ ໃຫ້ຮູ້ວ່າ:
        “ບັນດາການລະຫຼີ້ນພື້ນເມືອງ, ການລະຫຼີ້ນຢູ່ໃນພະລາດຊະວັງ, ບັນດາລາຍການສະແດງສິລະປະນັ້ນ ພວກຂ້າພະເຈົ້າຈະຈັດຕັ້ງໃນທຸກໆວັນຂອງບຸນເຕັດ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ດໍາເນີນບັນດາການເຄື່ອນໄຫວອື່ນໆ ເພື່ອຮັບບໃຊ້ແຂກທ່ອງທ່ຽວ. ພວກຂ້າພະເຈົ້າຈະສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວ ມາທ່ຽວຊົມຢູ່ເຫວ້ ໄດ້ຊອກຮູ້ຈຸດວັດທະນະທໍາທີ່ເປັນເອກະລັກ, ໄດ້ຊົມໃຊ້ການບໍລິການໃໝ່ ແລະ ດີທີ່ສຸດ ດ້ວຍຄວາມຫວັງນັ້ນ ແຂກທ່ອງທ່ຽວຈະມາທ່ຽວຢູ່ເຫວ້ຫຼາຍກວ່າ ແລະ ມີຄວາມປະທັບໃຈທີ່ດີກວ່າ”.
        ແລະກໍໃນວັນທີ 5 ກຸມພາ, ພະແນກທ່ອງທ່ຽວນະຄອນ ດ່າໜັງ  ກໍໄດ້ສົມທົບກັບ ທ່າອາກາດສະຍານສາກົນ ດ່າໜັງ ແລະ ບໍລິສັດການບິນ Vietjet ຈັັດຕັ້ງພິທີຕ້ອນຮັບຖ້ຽວບິນທໍາອິດ ທີ່ລົງຈອດຢູ່ດ່າໜັງ ເນື່ອງໃນໂອກາດປີໃໝ່ປີກຸນ 2019. ແຂກທ່ອງທ່ຽວຈໍານວນ 180 ຄົນ ຂີ່ຍົນຈາກ ເຊີອູນ ໄດ້ມາຮອດດ່າໜັງ ແລະ ໄດ້ຮັບການຕ້ອນຮັບດ້ວຍການສະແດງເຊີດສິງໂຕ, ມອບຊໍ່່ດອກໄມ້ ແລະ ຮັບຂອງຂວັນເນື່ອງໃນໂອກາດປີໃໝ່ປີກຸນຂອງຊາດຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top