• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດ, ຮັບປະກັນຊີວິດສັງຄົມ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ ຄໍາສັ່ງເລກທີ 11/CT – TTg ກ່ຽວກັບບັນດາໜ້າທີ່ຄວາມຮັບຜິດຊອບ, ມາດຕະການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກສໍາລັບການຜະລິດດໍາເນີນທຸລະກິດ, ຮັບປະກັນຊີວິດສັງຄົມ, ຮັບມືກັບໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: thanhnien.vn)
      ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ... ແລະ ສະເໜີໃຫ້ປະຊາຄົມວິສາຫະກິດ, ປະຊາຊົນໃນທົ່ວປະເທດ ສຸມໃສ່ປະຕິບັດວຽກງານ ປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ມີສະຕິລະວັງຕົວ, ບໍ່ໄດ້ປະໝາດ, ລະເລີຍ ໃນການຊີ້ນໍາການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນສະພາບການທີ່ພວມລະບາດຢ່າງແຮງ ແລະ ເປັນອັນຕະລາຍຄືໃນປັດຈຸບັນ; ມີບັນດາແບບວິທີ, ມາດຕະການທີ່ເໝາະສົມ ເພື່ອຮັບມືກັບທຸກກໍລະນີ, ບໍ່ໃຫ້ຕົກຢູ່ໃນທ່າຮັບ.
        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບໜ້າທີ່ໃຫ້ແຕ່ລະກະຊວງ, ຂະແໜງການ ຈົ່ງປະຕິບັດບັນດາມາດຕະການເພື່ອໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍ, ວິສາຫະກິດ ທີ່ຖືກຜົນສະທ້ອນຈາກໂລກລະບາດດັ່ງກ່າວ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ ແລະ ຮັບປະກັນຊີວິດສັງຄົມ.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top