ຂ່າວສານ

ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດ, ຮັບປະກັນຊີວິດສັງຄົມ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ ຄໍາສັ່ງເລກທີ 11/CT TTg ກ່ຽວກັບບັນດາໜ້າທີ່ຄວາມຮັບຜິດຊອບ, ມາດຕະການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກສໍາລັບການຜະລິດດໍາເນີນທຸລະກິດ, ຮັບປະກັນຊີວິດສັງຄົມ, ຮັບມືກັບໂລກລະບາດ Covid 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: thanhnien.vn)
      ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ... ແລະ ສະເໜີໃຫ້ປະຊາຄົມວິສາຫະກິດ, ປະຊາຊົນໃນທົ່ວປະເທດ ສຸມໃສ່ປະຕິບັດວຽກງານ ປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ມີສະຕິລະວັງຕົວ, ບໍ່ໄດ້ປະໝາດ, ລະເລີຍ ໃນການຊີ້ນໍາການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນສະພາບການທີ່ພວມລະບາດຢ່າງແຮງ ແລະ ເປັນອັນຕະລາຍຄືໃນປັດຈຸບັນ; ມີບັນດາແບບວິທີ, ມາດຕະການທີ່ເໝາະສົມ ເພື່ອຮັບມືກັບທຸກກໍລະນີ, ບໍ່ໃຫ້ຕົກຢູ່ໃນທ່າຮັບ.
        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບໜ້າທີ່ໃຫ້ແຕ່ລະກະຊວງ, ຂະແໜງການ ຈົ່ງປະຕິບັດບັນດາມາດຕະການເພື່ອໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍ, ວິສາຫະກິດ ທີ່ຖືກຜົນສະທ້ອນຈາກໂລກລະບາດດັ່ງກ່າວ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ ແລະ ຮັບປະກັນຊີວິດສັງຄົມ.
(ແຫຼ່ງຄັດຈາກ VOV)


top