• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ມຸ່ງໄປສູ່ການເຕີບໂຕໂດຍໄວ ແລະ ຍືນຍົງ

      ຕາມຫຼາຍອົງການ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດແລ້ວ, ການເຕີບໂຕເສດຖະກິດ -GDP ຂອງຫວຽດນາມໃນປີນີ້ ອາດຈະບັນລຸໄດ້ລະດັບແຕ່ 7 – 7,5%. ພ້ອມກັບບັນດາມາດຕະການໜູນຊ່ວຍການຟື້ນຟູ, ກະຕຸກຊຸກຍູ້ການເຕີບໂຕ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ລັດຖະບານຫວຽດນາມພວມມຸ່ງໄປເຖິງປີໜຶ່ງທີ່ ພື້ນຖານເສດຖະກິດຈະມີການພັດທະນາ ຢ່າງແຮງ ແລະ ຍືນຍົງ.
ທ່ານ ປ.ອ ຫງວຽນດິ່ງກຸງ, ສະມາຊິກໜ່ວຍງານປຶກສາຫາລືດ້ານເສດຖະກິດຂອງນາຍົກລັດຖະມົນຕີ
(ພາບ: dantri.com.vn)
      ທີ່ກອງປະຊຸມສຳມະນາ “ເສດຖະກິດຫວຽດນາມ ໃນໄລຍະກາງ 2021 – 2025: ຟື້ນຟູ ແລະ ຊຸກຍູ້ການພັດທະນາ” ໄດ້ຈັດຂຶ້ນເມື່ອທ້າຍເດືອນ ມັງກອນ 2021, ສູນການຂ່າວ ແລະ ຄາດຄະເນເສດຖະກິດ ສັງຄົມແຫ່ງຊາດຂຶ້ນກັບກະຊວງແຜນການ ແລະ ການລົງທຶນໄດ້ອັບເດັດ ການຄາດຄະເນການເຕີບໂຕເສດຖະກິດໄລຍະ 2021 – 2025 ຈະຕາມ 2 ແຜນການ. ແຜນການທຳອິດ, ອັດຕາເຕີບໂຕເສດຖະກິດບັນລຸປະມານ 6,3%/ປີ ໃນໄລຍະ  2021 – 2025.
            ແຜນນີ້ໄດ້ດຳເນີນໄປດ້ວຍຄວາມຄາດຄະເນກ່ຽວກັບບັນດາຄວາມສ່ຽງກ່ຽວກັບໂລກລະບາດໂຄວິດ - 19ຍັງມີຢູ່, ບັນດາມາດຕະການໜູນຊ່ວຍຂອງພື້ນຖານເສດຖະກິດ ຂອງລັດຖະບານ ຈະນຳມາເຊິ່ງປະສິດທິຜົນຢູ່ລະດັບພໍດີ ໃນສະພາບການສາກົນຍັງຢູ່ໃນສະພາບການມີຄວາມສ່ຽງ ແລະ ຂາດສະຖຽນລະພາບໃນໄລຍະຍາວ, ເສດຖະກິດ ແລະ ການຄ້າມີການເຕີບໂຕຢ່າງຊັກຊ້າ. ໃນແຜນການທີ່ເປັນໜ້າຊື່ນຊົມກ່ວາ, ລະດັບການເຕີບໂຕເສດຖະກິດໃນໄລຍະ 2015 – 2025 ໄລ່ສະເລ່ຍອາດສາມາດບັນລຸໄດ້ເກືອບ 6,8%/ປີ, ເຖິງວ່າ ພື້ນຖານເສດຖະກິດມີການດັດປັບຫຼຸດລົງເລັກໜ້ອຍ ພາຍຫຼັງການເຕີບໂຕສູງໃນປີ 2021 ກໍ່ຕາມແຕ່ຫຼັງຈາກນັ້ນ ຈະມີການຟື້ນຟູເປັນປົກກະຕິ. ທ່ານ ຟານດຶກຮຽວ, ຮອງຫົວໜ້າສະຖາບັນຄົ້ນຄ້ວາການບໍລິຫານເສດຖະກິດ ສູນກາງຖືວ່າ:
            ພວກເຮົາຮູ້ວ່າ ດ້ວຍສະພາບການໃໝ່ຄືປັດຈຸບັນການສ້າງໂຄງປະກອບວິສາຫະກິດຄືນໃໝ່ ແລະ ການຍາດແຍ່ງກາລະໂອກາດໃນການດຳເນີນທຸລະກິດຕ້ອງປະຕິບັດໂດຍໄວດັ່ງນັ້ນເລືອງສ້າງລະບອບລະບຽບການທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ແກ້ໄຂໄດ້ບັນດາບັນຫາຂອງວິສາຫະກິດຢ່າງມີປະສິດທິຜົນ ແມ່ນສິ່ງສຳຄັນທີ່ສຸດຂ້າພະເຈົ້າເຫັນວ່ານອກຈາກບັນດານະໂຍບາຍການເງິນ ການປັບປຸງລະບອບລະບຽບການ ເພື່ອສ້າງເຂດວິສາຫະກິດທີ່ຂະຫຍັນຂັນເຄື່ອນ ແລະ ມີກາລະໂອກາດເພື່ອສ້າງໂຄງປະກອບຄືນໃໝ່ແມ່ນສຳຄັນທີ່ສຸດ.
            ປະຊາຄົມສາກົນ ໄດ້ຕີລາຄາສູງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກໍ່ຄືວາງອອກບັນດາມາດຕະການໜູນຊ່ວຍວິສາຫະກິດ, ປະຊາຊົນໂດຍໄວ ແລະ ພື້ນຖານເສດຖະກິດຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກເພື່ອໃຫ້ການເຕີບໂຕເສດຖະກິດ ຂອງປີ 2020 ບັນລຸຢູ່ໃນລະດັບ 2,91%. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງທ່າໃຫ້ການເຕີບໂຕເສດຖະກິດໃນປີ 2021.
            ໃນສະພາບກາບປັດຈຸບັນ, ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ. ດ້ວຍສະພາບການມີ ວິສາຫະກິດຂະໜາດໜ້ອຍ ແລະ ກາງ ກວມເອົາ 97% ພື້ນຖານເສດຖະກິດ ແລະ ມີທຸລະກິດເອກະຊົນນັບຫຼ້ານໆຄອບຄົວ ເຊິ່ງຫາກໍ່ຜ່ານຜ່າໄລຍະປະສົບຄວາມຫຍຸ້ງຍາກທີ່ສຸດ ຍ້ອນຜົນກະທົບ, ຜົນສະທ້ອນຈາກໂລກລະບາດໂຄວິດ - 19, ດັ່ງນັ້ນ ຍັງຕ້ອງໄດ້ຮັບການໜູນຊ່ວຍ, ທ່ານ ປ.ອ ຫງວຽນດິ່ງກຸງ, ສະມາຊິກໜ່ວຍງານປຶກສາຫາລືດ້ານເສດຖະກິດຂອງນາຍົກລັດຖະມົນຕີສະເໜີແນະ ແທນທີ່ນຳໃຊ້ “ບ້ວງເງິນ” ໜູນຊ່ວຍໂດຍກົງ, ລັດຖະບານ ຄວນຮັບຮອງເອົາບັນດາບ້ວງພາສີອາກອນບຸລິມະສິດ, ບ້ວງສິນເຊຶ່ອໃຫ້ແກ່ວິສາຫະກິດ. ທ່ານກ່າວວ່າ:
            ນັ້ນແມ່ນ ກຳລັງໜູນຢ່າງແຮງໃຫ້ແກ່ການເຕີບໂຕ ໃນໄລຍະຈະມາເຖິງຍົກຕົວຢ່າງຄື ບຸລິມະສິດພາສີອາກອນ ຫຼືໜູນຊ່ວຍວິສາຫະກິດ ລ້ວນແຕ່ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ ແລະ ສະພາແຫ່ງຊາດຕ້ອງມີການປັບປຸງໃດໜຶ່ງໃນກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງດັ່ງນັ້ນ ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່ນະໂຍບາຍໂດຍໄວຕ້ອງປະຕິບັດຢ່າງທັນທີ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ຈື່ງອາດສາມາດມີຜົນສັກສິດໃນ 6 ເດືອນຕົ້ນປີນີ້ໄດ້.
            ໃນປີ 2020, ກົດໝາຍວ່າດ້ວຍວິສາຫະກິດ,. ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ພາກເອກະຊົນທີ່ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ ແລະ ມີຜົນສັກສິດເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ. ແລະກໍ່ໃນປີ 2020, ລັດຖະບານໄດ້ຮຽບຮຽງ ແລະ ປະກາດໃຊ້ເອກະສານທີ່ມີລັກສະນະຊຸກຍູ້ການເຄື່ອນໄຫວເລີ່ມຕົ້ນການດຳເນີນທຸລະກິດ. ນີ້ແມ່ນບັນດາເອກະສານນິຕິກຳ ສຳຄັນ, ມີຜົນກະທົບໃຫຍ່ຕໍ່ປະຊາຄົມວິສາຫະກິດ ແລະ ໄດ້ຕັ້ງຄວາມມຸ່ງຫວັງວ່າ ຈະສ້າງກອບນິຕິກຳ ຢ່າງຄົບຖ້ວນ ແລະ ມີຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຂອງ ຫວຽດນາມ ໃນປີ 2021. ທ່ານ ຫງວຽນດິ່ງກຸງ ນັກຊ່ຽວຊານດ້ານເສດຖະກິດໃຫ້ຮູ້ຕື່ມອີກວ່າ:
            ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ XIII ໄດ້ເນັ້ນໜັກເຖິງການບຸກລະທຸໃນການປະຕິຮູບລະບອບລະບຽບການແມ່ນສຸມໃສ່ການພັດທະນາບູລະນະລະບອບລະບຽບການພັດທະນາບັນດາຕະຫຼາດຜະລິດເພື່ອໃຫ້ບັນດາຕະຫຼາດນີ້ສວມບົດບາດສຳຄັນໃນການລະດົມການຈັດແບ່ງນຳໃຊ້ແຫຼ່ງກຳລັງຖ້າຫາກວ່າພວກເຮົາປະຕິບັດສິ່ງນັ້ນໄດ້ເປັນຢ່າງດີຂ້າພະເຈົ້າເຊື່ອໝັ້ນວ່າປະສິດທິຜົນຂອງການນຳໃຊ້ແຫຼ່ງກຳລັງຈະໄດ້ປັບປຸງດີຂຶ້ນ.”
            ຫວຽນດາມພວມຢູ່ໃນກຸ່ມມີການເຕີບໂຕສູງທີ່ສຸດ, ເພາະສະນັ້ນ, ເພື່ອສືບຕໍ່ຮັກສາຜົນງານນີ້ຕ້ອງແກ້ໄຂບັນດາຈຸດອຸດຕັນຂອງພື້ນຖານເສດຖະກິດ, ພ້ອມທັງ, ປ່ຽນແປງໃໝ່ຈິນຕະນາການ ແລະ ລະບອບລະບຽບການນະໂຍາບາຍຕາມທິດສ້າງສະພາບແວດລ້ອມແຫ່ງຄວາມສະດວກ, ສົ່ງເສີມຢ່າງແຮງ ແລະ ລະດົມການເຂົ້າຮ່ວມຂອງພາກນອກລັດ. ການພັດທະນາກໍ່ຄືລະດົມໄດ້ແຫຼ່ງກຳລັງທີ່ຈຳເປັນໃຫ້ແກ່ການລົງທຶນ ເຂົ້າໃນວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປ່ງໃໝ່, ປະດິດຄິດສ້າງ.
            ພ້ອມກັບບ້ວງເງິນກະຕຸກຊຸກຍູ້ການຟື້ນຟຸ, ການເຕີບໂຕເສດຖະກິດ, ລັດຖະບານພວມມານະພະຍາຍາມຍູ້ແຮງການນຳໃຊ້ລັດຖະບານເອເລັກໂຕນິກ, ສ້າງຄວາມສະດວກມໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ພ້ອມກັນນັ້ນ, ພັດທະນາການຄ້າເອເລັກໂຕນິກ, ເພີ່ມທະວີການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງເສດຖະກິດ ແລະ ພິເສດແມ່ນສຸມໃສ່ການພັດທະນາບັນດາຮູບແບບການດຳເນີນທຸລະກິດໃໝ່ໂດຍອີງໃສ່ບັນດາການເຊື່ອມໂຍງພື້ນຖານຢ່າງແຮງກ່ວາອີກ… ເພື່ອແນໃສ່ບັນລຸໄດ້ເປົ້າໝາຍການເຕີບໂຕເສດຖະກິດໃນປີນີ້ ແລະ ຊຸມປີຕໍ່ໄປ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top