• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືທຳການຜະລິດ, ອອກແຮງງານຍາມຕົ້ນປີໃໝ່ດ້ວຍຄວາມຫວັງໃໝ່

      ໃນຊຸມວັນຕົ້ນລະດູບານໃໝ່, ລະບົບດອກໄຟຍັງແຈ້ງສະຫວ່າງຢູ່ສະຖານທີ່ກໍ່ສ້າງໂຄງການຂົວແບກດັງ ແຂວງກວາງນິງ

ໂຄງການກໍ່ສ້າງຂົວແບກດັງ ແຂວງກວາງນິງ
      ນີ້ແມ່ນໂຄງການທີ່ມີຄວາມໝາຍພິເສດໃນເສັ້ນທາງເຊື່ອມຕໍ່ຮ່າໂນ້ຍ, ຫາຍຟ່ອງຫາຫ້າລອງ, ເວີນດົນ. ທ່ານຮີ່ງຫາຍເຊີນ ຜູ້ອຳນວຍການບໍລິຫານຊ່ອງປະມູນ 45 ຂອງໂຄງການໃຫ້ຮູ້ວ່າ :
   “ ພວກຂ້າພະເຈົ້າທັງອອກແຮງງານທັງຕ້ອນຮັບບຸນເຕັດ ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງອກ. ດ້ວຍບັນຍາກາດເຮັດວຽກເຊັ່ນນັ້ນ, ຂ້າພະເຈົ້າເຊື່ອແນ່ວ່າ ຮອດວັນທີ 27 ເມເສທີ່ຈະມາເຖິງ, ຂົວແຫ່ງນີ້ຈະສຳເລັດກໍ່ສ້າງໂດຍພື້ນຖານ ແລະ ຈະນຳເຂົ້າໃຊ້ການໃນວັນທີ 30 ມິຖຸນາ ”
    ແລະ ກໍໃນວັນທີ 18 ກຸມພາ ກົງກັບວັນທີ 3 ບຸນເຕັດ, ຊາວກະສີກອນຢູ່ເຂດຕ່າງໆໄດ້ພ້ອມກັນລົງນາທຳການຜະລິດເຂົ້າລະດູບານໃໝ່ດ້ວຍຄວາມປາດຖະໜາວ່າ ລະດູການຜະລິດເຂົ້າປີນີ້ຈະຮັບຜົນດີ. ທ່ານ ດັ້ງດິງທັ້ງ ຫົວໜ້າຂ້າແໜງເສດຖະກິດ, ເທດສະບານເມືອງດົງຈ່ຽວ ໃຫ້ຮູ້ວ່າ :
    “ ດົງຈ່ຽວ ສຸມໃສ່ຊີ້ນຳການເກັບກ່ຽວລະດູໜາວ, ເກັບກ່ຽວຮອດໃສ ກໍກະກຽມທີ່ດິນຢ່າງທັນການໃຫ້ແກ່ການຜະລິດລະດູບານໃໝ່ປີ 2018. ສືບຕໍ່ປະຕິບັດວຽກ
ງານເຮັດອະນາໄມທົ່ງນາ, ກະກຽມກິດຈະກຳ, ເໝືອງຝາຍ, ສະຖານີສູບນ້ຳເພື່ອຮັບໃຊ້ການຫົດນ້ຳເພື່ອຜະລິດເຂົ້າລະດູບານໃໝ່ຢ່າງທັນການ” 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top