• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ເຄືອຂ່າຍແຮງງານ ອາຊີ - ປາຊີຟິກ ຢ້ຽມຢາມ ຫວຽດນາມ

      ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຕີລາຄາສູງຄວາມມານະພະຍາຍາມຂອງເຄືອຂ່າຍແຮງງານອາຊີ - ປາຊີຟິກ ໃນການໜູນຊ່ວຍ, ສະໜັບສະໜູນຄົນ ງານຢູ່ພາກພື້ນ

ທ່ານ Shoya Yoshida ແລະ ທ່ານ ຟ້າມບີ່ງມີງ ທີ່ການພົບປະ
      ຕອນບ່າຍວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC ) 2017  ໄດ້ຕ້ອນຮັບທ່ານ Shoya Yoshida, ເລຂາທິການໃຫຍ່ເຄືອຂ່າຍແຮງງານອາຊີ - ປາຊີຟິກ, ເນື່ອງໃນໂອກາດມາ ຫວຽດນາມ ມອບຖະແຫຼງການຂອງເຄືອຂ່າຍແຮງງານ ອາຊີ - ປາຊີຟິກ ສົ່ງເຖິງກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017.
        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຕີລາຄາສູງຄວາມມານະພະຍາຍາມຂອງເຄືອຂ່າຍແຮງງານອາຊີ - ປາຊີຟິກ ໃນການໜູນຊ່ວຍ, ສະໜັບສະໜູນຄົນ ງານຢູ່ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ໃຫ້ຮູ້ວ່າ: ໜຶ່ງໃນ 4 ບຸລິມະສິດຂອງປີ APEC ຫວຽດນາມ 2017 ແມ່ນຊຸກຍູ້ການເຕີບໂຕກວມລວມ ແລະ ຍືນຍົງ. ອາທິດຈະມາເຖິງ, ບັນດາການນຳເສດຖະກິດ APEC ຈະປະຊຸມຢູ່ ດ່ານັ້ງ ພ້ອມກັນແລກປ່ຽນບັນດາມາດຕະການຊຸກຍູ້ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ການຮ່ວມສຳພັນເສດຖະກິດພາກພື້ນ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top