• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມເຂົ້າຮ່ວມ APPF 26

      ຕອນບ່າຍວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາປະທານ, ຮອງປະທານ ແລະ ຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26. 

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຕ້ອນຮັບບັນດາຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກຊຶ່ງພວມເຂົ້າຮ່ວມ APPF 26
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຊົມເຊີຍບັນດາຜູ້ນຳລັດຖະສະພາປະເທດຕ່າງໆທີ່ໄດ້ມາຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26 ພ້ອມທັງຕີລາຄາສູງຫົວຂໍ້ ແລະ ບັນດາເນື້ອໃນທີ່ນຳມາປຶກສາຫາລືທີ່ກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26.
      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ຫວຽດນາມຈະຍຶດໝັັ້ນເສັ້ນທາງແຫ່ງສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ, ເປັນເພື່ອນຂອງທຸກໆປະເທດ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນວົງຄະນະຍາດສາກົນ.
    ສ່ວນບັນດາ ຫົວໜ້າບັນດາຄະນະຜູ້ແທນລັດຖະສະພາສະມາຊິກ ລ້ວນແຕ່ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ແລະ ທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ ແລະ ມີຄວາມຫວັງຢາກສືບຕໍ່ເພີ່ມທະວີການພົວພັນ 2 ຝ່າຍກັບຫວຽດນາມໃຫ້ດີຍິ່ງໆຂຶ້ນໃນໄລຍະທີ່ຈະມາເຖິງ.
ແຫຼ່ງຄັດຈາກ VOV

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top