• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີສະເຫຼີມສະຫຼອງວັດແພດໝໍຫວຽດນາມ 27 ກຸມພາ

ຕອນຄ່ຳວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ສົມທົບກັບສະຖານີໂທລະພາບແຫ່ງຊາດຫວຽດນາມ ຈັດພິທີສະເຫຼີມສະຫຼອງ 63 ປີແຫ່ງວັນແພດໝໍຫວຽດນາມ


ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີສະເຫຼີມສະຫຼອງວັດແພດໝໍຫວຽດນາມ 27 ກຸມພາ

(ພາບ: TTXVN)

ດ້ວຍຫົວຂໍ້ວ່າ “ເພີ່ມທະວີສາທາລະນະສຸກຂັ້ນຮາກຖານ - ມຸ່ງໄປເຖິງຮັບປະກັນສຸຂະພາບທົ່ວປວງຊົນ”. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມພິທີ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ຢຶນຢັນວ່າ:

        “ວຽກງານເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແມ່ນໜ້າທີ່ຂອງທັງລະບົບການເມືອງ, ແມ່ນສິດ ແລະ ພັນທະຂອງປະຊາຊົນແຕ່ລະຄົນ. ລົງທຶນໃຫ້ແກ່ສາທາລະນະສຸກ ແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ອະນາຄົດຂອງມະນຸດ. ຂ້າພະເຈົ້າສະເໜີອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ ຈົ່ງເອົາໃຈໃສ່ຊີ້ນຳ, ນຳພາ, ສະຫງວນແຫຼ່ງກຳລັງຢ່າງພຽງພໍ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ຂະແໜງສາທາລະນະສຸກ ປະຕິບັດສຳເລັດໜ້າທີ່ຂອງຕົນ.”

        ທີ່ພິທີສະເຫຼີມສະຫຼອງ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນໃຫ້ຮູ້ວ່າ: ພາຍຫຼັງ 25 ປີແຫ່ງການປະຕິບັດມະຕິຂອງສູນກາງພັກຄັ້ງທີ 4 ຊຸດທີ 7 ແລະ ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ວຽກງານຮັກສາ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນບັນລຸໄດ້ບັນດາໝາກຜົນຢ່າງໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top