• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ - ອາ​ຊຽນ

ທ່ານ Alessandra Guidi ຮອງຜູ້ບັນຊາການຕຳຫຼວດອີຕາລີ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງກຳລັງຕຳຫຼວດສອງພາກພື້ນໃນສະພາບການໂລກ ພວມປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ຫຼາຍຢ່າງ, ເປັນຕົ້ນແມ່ນຜົນກະທົບຈາກໂລກລະບາດ Covid – 19. 

ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມກ່າວຄຳເຫັນທີ່ ະຖາບັນບຳລຸງສ້າງກຳລັງປະຕິບັດກົດໝາຍລະຫວ່າງຂະແໜງຂອງອີຕາລີ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງພາຍໃນ ແລະ ກະຊວງການຕ່າງປະເທດອີຕາລີ, ວັນທີ 25 ກັນຍາ, ຄະນະກຳມະການບັນດາປະເທດອາຊຽນປະຈຳ Rome (ACR) ໄດ້ໄປຢ້ຽມຢາມສະຖາບັນບຳລຸງສ້າງກຳລັງປະຕິບັດກົດໝາຍລະຫວ່າງຂະແໜງຂອງອີຕາລີ ເພື່ອພ້ອມກັນແລກປ່ຽນ ແລະ ກະກຽມໃຫ້ແກ່ກອງປະຊຸມສຸດຍອດນາຍຕຳຫຼວດ ອີຕາລີ - ອາຊຽນ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 9 – 13 ພະຈິກ ຈະມາເຖິງ ຢູ່ນະຄອນຫຼວງ Rome. ກອງປະຊຸມຈະມາເຖິງແມ່ນການເຄື່ອນໄຫວສຳຄັນທຳອິດຂອງອີຕາລີໃນແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືພັດທະນາກັບ ອາຊຽນ.

        ນະທີ່ນີ້, ທ່ານ Alessandra Guidi ຮອງຜູ້ບັນຊາການຕຳຫຼວດອີຕາລີ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງກຳລັງຕຳຫຼວດສອງພາກພື້ນໃນສະພາບການໂລກ ພວມປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ຫຼາຍຢ່າງ, ເປັນຕົ້ນແມ່ນຜົນກະທົບຈາກໂລກລະບາດ Covid – 19. 

ໃນຖານະເປັນປະທານຄະນະກຳມະການ ACR, ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນປະຈຳ Rome ຢັ້ງຢືນວ່າ ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອີຕາລີ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ ນາຍຕຳຫຼວດ ອີຕາລີ - ອາຊຽນ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງສອງພາກພື້ນນັບມື້ນັບແທດຈິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top