• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການໂຄສະນາພາບພົດ,ປະເທດຊາດ,ຊາວຫວຽດນາມເນື່ອງໃນໂອກາດກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີຄັ້ງທີ 2

ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປເຮັດວຽກ , ກວດກາ ແລະ ຊີ້ນຳວຽກງານຂອງກະຊວງການຕ່າງປະເທດຫວຽດນາມ ເພື່ອກະກຽມໃຫ້ເລື່ອງຈັດກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໃຫ້ເປັນຢ່າງດີ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບກະຊວງການຕ່າງປະເທດ

(ພາບ: BNG)

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການຕ່າງປະເທດ ສືບຕໍ່ເພີ່ມທະວີວຽກງານເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຮັບປະກັນວຽກງານຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ບັນລຸຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຕ້ອງຮັບປະກັນຂໍ້ມູນຂ່າວຢ່າງຕໍ່ເນື່ອງ, ຕອບສະໜອງຂໍ້ສະເໜີຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ບັນດານັກຂ່າວຕ່າງປະເທດ, ນັບທັງບັນດາບັນຫາທີ່ມີຂຶ້ນກ່ຽວກັບການຕ້ອນຮັບ, ພະລາທິການ, ຖະແຫຼງຂ່າວ,ໂຄສະນາ, ສະແດງໃຫ້ເຫັນຈິດໃຈອັນເບີກບານ, ຮັກແພງແຂກຄົນ, ໂຄສະນາພາບພົດອັນສວຍງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ.

 

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເຮັດວຽກກັບຫ້ອງວ່າການລັດຖະບານກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄປສູນສື່ມວນຊົນສາກົນ ເພື່ອກວດກາບັນດາວຽກງານເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຕ້ອງຜັນຂະຫຍາຍ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top