• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືໂຄສະນາພາບພົດນະຄອນຫລວງ ຮ່າໂນ້ຍ ຜ່ານຊ່ອງ CNN

ໄລຍະປີ 2019 – 2021, CNN ສືບຕໍ່ແນະນຳກ່ຽວກັບ ຮ່າໂນ້ຍ ໂດຍອີງໃສ່ບັນດາພື້ນຖານທີ່ມີຄຸນຄ່າກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ຊາວນະຄອນຫລວງ, ເປັນປະຕູເຊື່ອມຕໍ່ບັນດາສະຖານທີ່ອື່ນຂອງປະເທດຊາດ.
ວັນທີ 20 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານ ໂງວັນກຸຍ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ທ່ານນາງ Sunita Rajan ຮອງປະທານຂັ້ນສູງພາກພື້ນ ອາຊີ - ປາຊີຟິກ ຂອງຕາໜ່າງຂໍ້ມູນຂ່າວສານໂທລະພາບມີສາຍ CNN (ອາເມລິກາ) ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບໂຄງການຮ່ວມມືໂຄສະນານະຄອນ ຮ່າໂນ້ຍ ຜ່ານຊ່ອງໂທລະພາບ CNN ສາກົນໄລຍະປີ 2019 – 2021.

ພິທີເຊັນບົດບັນທຶກຊ່ວຍຈຳ (ພາບ: TTXVN)

  ຕາມນັ້ນແລ້ວ, ໄລຍະປີ 2019 – 2021, CNN ສືບຕໍ່ແນະນຳກ່ຽວກັບ ຮ່າໂນ້ຍ ໂດຍອີງໃສ່ບັນດາພື້ນຖານທີ່ມີຄຸນຄ່າກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ຊາວນະຄອນຫລວງ, ເປັນປະຕູເຊື່ອມຕໍ່ບັນດາສະຖານທີ່ອື່ນຂອງປະເທດຊາດ. CNN ກໍ່ຈະຮ່ວມເດີນທາງພ້ອມກັບການພັດທະນາຂອງ ຮ່າໂນ້ຍ ໃນອະນາຄົດ ພ້ອມກັບບັນດາເຫດການສາກົນ, ນຳ ຮ່າໂນ້ຍ ກາຍເປັນນະຄອນຂອງອະນາຄົດ, ບືນຕົວຂຶ້ນເຊື່ອມໂຍງພ້ອມກັບບັນດານະຄອນໂລກໃນອະນາຄົດ.

        ບັນດາເນື້ອໃນໄດ້ພັດທະນາບົນພື້ນຖານໂທລະພາບ, ເຕັກນິກດີຈີຕອນຄື: ຄອມພິວເຕີ, ໂປແກຼມໂທລະສັບມືຖື, ນອດບຸກ, ໄອປາດ ແລະ ສື່ສັງຄົມຂອງ CNN. ຂົງເຂດອອກອາກາດລວມມີ ອາຊີ - ປາຊີຟິກ, ເອີຣົບ ແລະ ຕາເວັນອອກກາງ, ອາເມລິກາເໜືອ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top