• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຫຼາຍດ້ານ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ Haiti

      ໂດຍຮັບຄຳເຊີນຂອງ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະຜູ້ແທນອາວຸໂສ ສະພາສູງຂອງສາທາລະນະລັດ Haiti ນຳໂດຍປະທານສະພາສູງ ທ່ານ Youri Latortue ແລະ ພັນລະຍາ, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17-22 ມິຖຸນາ.

(ການເຈລະຈາລະຫວ່າງ 2 ຝ່າຍ)
      ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ ຊຶ່ງໄດ້ດຳເນີນໃນຕອນບ່າຍ ວັນທີ 19 ມິຖຸນາ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ປາຖະໜາວ່າ Haiti ຈະສະໜັບສະໜູນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂບັນດາຂໍ້ແກ່ງແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982. ກ່ຽວກັບການສະເໜີເປີດສະຖານທູດ, ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຕີລາຄາສູງຕໍ່ເລື່ອງ Haiti ຈະເປີດສະຖານທູດ ແລະ ສົ່ງອຸປະທູດປະຈຳການຢູ່ ຮ່າໂນ້ຍ. ປະຈຸບັນຫວຽດນາມ ພວມຢູ່ໃນວິວັດການກວດຄືນໂດຍສັງລວມລະບົບ ສຳນັກງານຜູ້ຕາງໜ້າຢູ່ຕ່າງປະເທດ ແລະ ສະພາແຫ່ງຊາດ ຫວຽດນາມ ໜູນຊ່ວຍໃຫ້ລັດຖະບານພິຈາລະນາເປີດສະຖານທູດຢູ່ Haiti ເມື່ອມີເງື່ອນໄຂ.
        ປະທານສະພາສູງ ທ່ານ Youri Latortue ປາຖະໜາວ່າ ຫວຽດນາມ ຈະສະໜັບສະໜູນ Haiti ທາງດ້ານອຸດສາຫະກຳ, ແລກປ່ຽນເຕັກນິກ, ຍູ້ແຮງການຮ່ວມມືໃນຂົງເຂດຄົມມະນາຄົມ; ເພີ່ມທະວີການລົງທຶນໃໝ່ຂອງ ຫວຽດນາມ ຢູ່ Haiti; ພິເສດແມ່ນຜະລິດຕະພັນທີ່ໃຊ້ແຮງງານຜະລິດ. ປະທານສະພາສູງ ທ່ານ Youri Latortue ສະເໜີ ຫວຽດນາມ ໜູນຊ່ວຍໃນວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ຍ້ອນວ່າ ຫວຽດນາມ ມີບັນດາບົດຮຽນໃນບັນດາຂົງເຂດນີ້.
        ກ່ຽວກັບບັນຫາທະເລຕາເວັນອອກ, ປະທານສະພາສູງ Haiti ຢັ້ງຢືນວ່າ, Haiti ຍາມໃດກໍ່ເນັ້ນໜັກເຖິງຄວາມເຄົາລົບກົດໝາຍ, ນັ້ນບໍ່ພຽງແຕ່ແມ່ນຈຸດປະສົງຂອງ Haiti ເທົ່ານັ້ນ ແຕ່ຍັງແມ່ນຂອງອີກ 14 ປະເທດ ສະມາຊິກຂອງພາກພື້ນ Caribe ທີ່ປະຕິບັດຕາມລະບຽບກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top