• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ”

      ຕອນບ່າຍວັນທີ 17 ພຶດສະພາ, ພິທີເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ຢູ່ເຂດທຳນຽບປະທານປະເທດ” ໄດ້ດຳເນີນຢູ່ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ. 

ເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ” (ພາບ: dangcongsan.vn)
      ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງ. ຮູບພາບ, ເອກະສານອັນລ້ຳຄ່າ 74 ຢ່າງທີ່ວາງສະແດງຢູ່ໃນຫ້ອງວາງສະແດງນັ້ນ ໄດ້ແນະນຳກ່ຽວກັບບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ສຳລັບພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ ເພື່ອສັນຕິພາບ ແລະ ຄວາມກ້າວໜ້າຂອງສັງຄົມໃນໂລກຢ່າງແທ້ຈິງ ແລະ ມີຊີວິດຊີວາ. ການວາງສະແດງ ລວມມີ 2 ພາກ, ຄືເອກະສານກ່ຽວກັບບັນດາການເຄື່ອນໄຫວພາຍໃນ ແລະ ການເຄື່ອນໄຫວພົວພັນຕ່າງປະເທດຂອງປະທານ ໂຮ່ຈີມິນ ຢູ່ເຂດທຳນຽບປະທານປະເທດໄລຍະແຕ່ປີ 1954 – 1969. ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ແມ່ນບ່ອນປະທານ ໂຮ່ຈີມິນ ໄດ້ອາໄສຢູ່ ແລະ ເຮັດວຽກແຕ່ວັນທີ 19 ທັນວາ 1954 ຈົນຮອດວັນທີ 02 ກັນຍາ 1969.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top