• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງປະຕູຖານຂໍ້ມູນ ການຄ້າ ຫວຽດນາມ

      ປະຕູຖານຂໍ້ມູນ ການຄ້າ ຫວຽດນາມ ໂດຍກົມໃຫຍ່ພາສີ (ກະຊວງການເງິນ) ເປັນເຈົ້າພາບຈັດຕັ້ງ, ດ້ວຍການໜູນຊ່ວຍດ້ານເຕັກນິກຈາກກຸ່ມທະນາຄານໂລກ ປະຈຳ ຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມສາມາດຄາດຄະເນ ແລະ ຄວາມໂປ່ງໃສໃນບັນດາກົດລະບຽບ...

ພິທີເປີດສະຫຼອງ
      ປະຕູຖານຂໍ້ມູນການຄ້າ ຫວຽດນາມ ທີ່ແວບໄຊ www.vietnamdeportal.gov.com ໄດ້ເປີດສະຫຼອງໃນວັນທີ 12 ກໍລະກົດ 2017 ຢ່າງເປັນທາງການ. ປະຕູຖານຂໍ້ມູນ ການຄ້າ ຫວຽດນາມ ໂດຍກົມໃຫຍ່ພາສີ (ກະຊວງການເງິນ) ເປັນເຈົ້າພາບຈັດຕັ້ງ, ດ້ວຍການໜູນຊ່ວຍດ້ານເຕັກນິກຈາກກຸ່ມທະນາຄານໂລກ ປະຈຳ ຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມສາມາດຄາດຄະເນ ແລະ ຄວາມໂປ່ງໃສໃນບັນດາກົດລະບຽບ ແລະ ລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງການຄ້າຂອງ ຫວຽດນາມ, ຊ່ວຍໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດໄດ້ສຳພັດກັບບັນດາຂໍ້ກຳນົດກ່ຽວກັບການຄ້າຂອງ ຫວຽດນາມ ຢ່າງວ່ອງໄວ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານ ດິງຕ໋ຽນຢູ້ງ, ລັດຖະມົນຕີກະຊວງການເງິນ ໄດ້ຢືນຢັນວ່າ: ເລື່ອງນຳປະຕູຖານຂໍ້ມູນການຄ້າ ຫວຽດນາມ ເຂົ້າເຄື່ອນໄຫວຈະຊ່ວຍໃຫ້ບັນດາວິສາຫະກິດ ແລະ ບັນດາຝ່າຍກ່ຽວຂ້ອງຊອກຫາບັນດາຂໍ້ມູນທີ່ຈຳເປັນ, ມີປະໂຫຍດ ຊ່ວຍໃຫ້ການເຄື່ອນໄຫວນັບມື້ນັບສະດວກກ່ວາ. ທ່ານ Sebastian Eckardt, ຜູ້ວ່າການອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ: ປະຕູຖານຂໍ້ມູນນີ້ແມ່ນພາກສ່ວນສຳຄັນໃນຄວາມມານະພະຍາຍາມໃຫຍ່ກ່ວາຂອງລັດຖະບານເພື່ອແນໃສ່ເພີ່ມທະວີຄວາມສະດວກດ້ານການຄ້າ ແລະ ທະນາຄານໂລກກຽມພ້ອມຈະສືບຕໍ່ໜູນຊ່ວຍໃຫ້ບັນດາຄວາມານະພະຍາຍາມສຳຄັນນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top