• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງບັນດາຄອບຄົວທຸກຍາກ, ບັນດາຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມໃນບຸນເຕັດ


ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທຸກ​ຍາກໃນ​ນະ​ຄອນ

      ວັນ​ທີ 7/1, ການ​ນຳ​ສະ​ພາ​ກາ​ແດງ​ຫວຽດ​ນາມ ພ້ອມ​ກັບ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ບັນ​ດາ​ຜູ້ຮັບເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ​ຢູ່​ຕາ​ແສງ​ມາ​ເນີ້ຍ, ເມືອງ​ນິງ​ເຊີນ, ແຂວງ​ນິງ​ຖ້ວນ. ນະ​ຄອນ​ໂຮ່​ຈິ​ມິນ​ກໍ​ໄດ້​ມອບ​ເງິນ 1 ຕື້​ດົງ​ໃຫ້​ແຂວງ​ນິງ​ຖ້ວນ​ເພື່ອ​ມອບ​ຂອງ​ຂວັນ ແລະ ຊ່ວຍ​ເຫຼືອ ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ບັນ​ດາ​ຜູ້ຮັບເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ​ໃນ​ໂອ​ກາດ​ບຸນ​ເຕັດ. ສະ​ພາ​ກາ​ແດງ​ຫວຽດ​ນາມກໍ​ໄດ້ມອບ​ຂອງ​ຂວັນ 200 ພູດ, ພູດ​ລະ​ມີ​ມູນ​ຄ່າ 1,1 ລ້ານ​ດົງໃຫ້​ແກ່ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ບັນ​ດາ​ຜູ້ຮັບເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ​ໃນ​ໂອ​ກາດ​ບຸນ​ເຕັດ ແລະ ຄອບ​ຄົວ​ທີ່​ມີ​ຄຸນ​ງາ​ມ​ຄວາມ​ດີຕໍ່​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top