• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຕື້ອງເຖິງຄວາມອາດສາມາດລົງນາມສັນຍາການຄ້າກັບ ຈີນ

      ວັນທີ 23 ພະຈິກ, ທ່ານ Robert O’Brien ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ຖະແຫຼງວ່າ, ຂໍ້ຕົກລົງດ້ານການຄ້າໄລຍະ 1 ເຊິ່ງຈະລົງນາມກັບ ຈີນ, ໃນທ້າຍປີນີ້ມີຄວາມເປັນໄດ້ຢູ່.

        ກ່ອນໜ້ານັ້ນ,ວັນທີ 22 ພະຈິກ, ເມື່ອຕອບສໍາພາດຕໍ່ສໍານັກຂ່າວສານ Fox News, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ບັນດາເຈົ້າໜ້າທີ່ຮັບຜິດຊອບການເຈລະຈາດ້ານການຄ້າສອງປະເທດ ກໍາລັງຫຍັບເຂົ້າໃກ້ກັບການບັນລຸໄດ້ຂໍ້ຕົກລົງ, ແຕ່ ທ່ານເອງ ບໍ່ມີຄວາມຮ້ອນໃຈປະຕິບັດສໍາເລັດຂໍ້ຕົກລົງກັບ ປັກກິ່ງ. ໃນວັນດຽວກັນ, ທ່ານປະທານປະເທດຈີນ ສີຈິ້ນຜິງ ກໍໃຫ້ຮູ້ວ່າ ປັກກິ່ງຢາກບັນລຸໄດ້ຂໍ້ຕົກລົງກັບ ວໍຊີງຕັນ ແຕ່ກໍບໍ່ລັງເລໃຈ ເມື່ອໂຕ້ຕອບຄືນຖ້າຫາກມີຄວາມຈໍາເປັນ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top