• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ວິສາຫະກິດສົ່ງອອກສິນຄ້າໄປຍັງຕະຫລາດຈີນ

      ດ້ວຍເລື່ອງຍູ້ແຮງການລົງທຶນພື້ນຖານໂຄງລ່າງດ່ານຊາຍແດນ ແລະ ຄົມມະນາຄົມ, ເວລາຂົນສົ່ງສິນຄ້າໄດ້ຫລຸດຜ່ອນລົງ, ນັ້ນແມ່ນບັນດາເງື່ອນໄຂສະດວກເພື່ອຍູ້ແຮງການສົ່ງອອກຜະລິດຕະພັນກະເສດ, ໝາກໄມ້ສົດຈາກ ຫວຽດນາມ ໄປຍັງຈີນ. 
ໝາກໄມ້ຂອງຫວຽດນາມສົ່ງອອກໄປຍັງຈີນ
ພາບ:viettimes.vn
      ນີ້ແມ່ນການສັງເກດທີ່ໄດ້ຍົກອອກມາໃນກອງປະຊຸມເຊື່ອມຕໍ່ວິສາຫະກິດ ນຳເຂົ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງຫວຽດນາມ ກັບຕະຫລາດຈີນໂດຍກະຊວງອຸດສາຫະກຳ ການຄ້າ ແລະ ຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ຈັດຕັ້ງໃນວັນທີ 16 ພຶດສະພາຢູ່ ກາວບັ່ງ. ກ່ຽວກັບການຮ່ວມມືລະຫວ່າງວິສາຫະກິດ ສອງຝ່າຍ ໃນໄລຍະຈະມາເຖິງ, ຜູ້ຕາງຫນ້າວິສາຫະກິດຈີນ ຈຳນວນຫນຶ່ງ ໃຫ້ຮູ້ວ່າ: ເຂົາເຈົ້າມີຄວາມສົນໃຈ ແລະ ຢາກນຳເຂົ້າໝາກໄມ້ສົດຢູ່ ຫວຽດນາມຄື: ໝາກມັງກອນ, ໝາກມ່ວງ, ໝາກລີ້ນຈີ່, ໝາກນາວບໍ່ມີແກ່ນ.. ທີ່ກອງປະຊຸມ, ບັນດາຜູ້ແທນສະເຫນີ ບັນດາທ້ອງຖິ່ນສ້າງເງື່ອນໄຂສະດວກເພື່ອສົ່ງເສີມວິສາຫະກິດ, ເປັນເຈົ້າການໃນການດັດປັບຈໍລະຈອນສິນຄ້ານຳເຂົ້າສົ່ງອອກຜ່ານບັນດາດ່ານຊາຍແດນໃຫ້ເໝາະສົມ ພ້ອມທັງຫນູນຊ່ວຍບັນດາວິສາຫະກິດຫວຽດນາມ ແລະຈີນ ເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນ, ຈັດຕັ້ງລະບົບຈຳຫນ່າຍເຂົ້າເລິກຕະຫລາດພາຍໃນຂອງສອງປະເທດ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top