• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ວິສາຫະກິດຂອງຫວຽດນາມ ແລະ ມາເລເຊຍໃຫ້ແທດຈິງ ແລະ ມີປະສິດທິຜົນ

      ຄະນະວິສາຫະກິດຫວຽດນາມ ໂດຍສະຖາບັນຄົ້ນຄວ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ນໍາໜ້າ ພວມມີການຢ້ຽມຢາມ ມາເລເຊຍ. ຕອນບ່າຍວັນທີ 20 ສິງຫາ, ຄະນະວິສາຫະກິດຫວຽດນາມໄດ້ມີການພົບປະແລກປ່ຽນກັບບັນດາວິສາຫະກິດຂອງ ມາເລເຊຍ. 

ການພົບປະແລກປ່ຽນລະຫວ່າງວິສາຫະກິດຫວຽດນາມ - ມາເລເຊຍ
(ພາບ: Hoang Nhuong/Vietnam+)
      ທີ່ການພົບປະ, ມີວິສາຫະກິດຫວຽດນາມທີ່ເຄື່ອນໄຫວໃນບັນດາຂົງເຂດຕ່າງໆເກືອບ 40 ແຫ່ງ ໄດ້ຮັບຟັງການສະເໜີບັນດາຂໍ້ມູນພື້ນຖານກ່ຽວກັບ ມາເລເຊຍ, ພິເສດແມ່ນກ່ຽວກັບຕະຫຼາດດໍາເນີນທຸລະກິດ ແລະ ວົງການວິສາຫະກິດຂອງມາເລເຊຍ. ທ່ານ ຟ້າມກັວກແອັງ, ທູດການຄ້າຫວຽດນາມປະຈໍາ ມາເລເຊຍ ກໍໄດ້ແບ່ງປັນກັບບັນດາວິສາຫະກິດກ່ຽວກັບສະພາບການຮ່ວມມືລະຫວ່າງບັນດາວິສາຫະກິດຂອງສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄື ການນໍາເຂົ້າ-ສົ່ງອອກຜະລິດຕະພັນກະເສດປະເພດຕ່າງໆ ແລະ ເຄື່ອງໃຊ້ສອຍ. ຄຽງຄູ່ກັນນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການ, ຄວາມປາດຖະໜາຢາກຊອກຫາຄູ່ຮ່ວມມື ເພື່ອເປີດກວ້າງການຜະລິດ, ດໍາເນີນທຸລະກິດຂອງບັນດາວິສາຫະກິດມາເລເຊຍ ສໍາລັບຝ່າຍຫວຽດນາມ ແລະ ຕາງໜ້າໃຫ້ບາງວິສາຫະກິດຫວຽດນາມ ກໍໄດ້ສະແດງຄວາມປາດຖະໜາຢາກຊອກຫາກາລະໂອກາດລົງທຶນ ກໍຄື ການຮ່ວມມືພົວພັນການຄ້າກັບບັນດາວິສາຫະກິດ ມາເລເຊຍ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top