• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດ​ຊູ Top 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ

ຕອນຄ່ຳວັນທີ 14 ທັນວາ, ໃນຂອບເຂດເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ - ວັນຫັນເປັນດີຈີຕອນ 2020, ໄດ້ດຳເນີນພິທີປະກາດ ແລະ ເຊີດຊູ Top 10 ວິສາຫະກິດເຕັກໂນໂລຢີ ຂໍ້ມູນຂ່າວສານ ຫວຽດນາມ 2020 ແລະ ປະກາດສິ່ງພິມ ພິເສດ ແນະນຳກ່ຽວກັບບັນດາວິສາຫະກິດດັ່ງກ່າວ. 

ທ່ານຫງວຽນທຽນເຍິນ ກຳມະການກົມການເມືອງ, ຮັບຜິດຊອບການຊີ້ນຳອົງຄະນະພັກ ນະຄອນໂຮ່ຈີມິນມອບໃບຢັ້ງຢືນໃຫ້ແກ່ 10 ວິສາຫະກິດໃນຂົງເຂດ ເຕັກໂນໂລຢີ - ຂໍ້ມູນຂ່າວສານ (ພາບ: TTXVN) 

10 ວິສາຫະກິດທີ່ໄດ້ຮັບການເຊີດຊູແມ່ນບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ແຖວໜ້າ ແລະ ມີອິດທິພົນຊື່ສຽງ ຢູ່ ຫວຽດນາມ, ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ. ຜະລິດຕະພັນພົ້ນເດັ່ນຂອງບັນດາວິສາຫະກິດນີ້ບໍ່ພຽງແຕ່ໜູນຊ່ວຍບັນດາຫົວໜ່ວຍພາຍໃນປະເທດຫັນເປັນດີຈີຕອນເທົ່ານັ້ນ ຫາກຍັງສ້າງພື້ນຖານ, ລະບົບສິ່ງແວດລ້ອມດີຈີຕອນເພື່ອໃຫ້ຫວຽດນາມດຳເນີນການຫັນເປັນດີຈີຕອນ.

        ບັນດາວິສາຫະກິດໄດ້ຮັບການຄັດເລືອກຂອງ ໂຄງການຈະໄດ້ແນະນຳໃນສິ່ງພິມ ພິເສດ Top 10 ວິສາຫະກິດເຕັກໂນໂລຢີ ຂໍ້ມູນຂ່າວສານ ຫວຽດນາມ 2020 ດ້ວຍ 3 ພາສາ: ອັງກິດ, ຍີ່ປຸ່ນ, ຫວຽດນາມ. ສິ່ງພິມຈະໄດ້ແນະນຳເຖິງກ່ວາ 2000 ອົງການ, ຫົວໜ່ວຍ ພາຍໃນປະເທດ, ແລະ ກ່ວາ 10.000 ຄູ່ຮ່ວມມື ທີ່ມາຈາກ ເກືອບ 100 ພື້ນຖານເສດຖະກິດ ໃນໂລກ ໃນເຄືອຂ່າຍຮ່ວມມືສາກົນ ຂອງ VINASA.

(ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top