• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂຮ້ຍໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ

      ຕອນເຊົ້າວັນທີ 01 ທັນວາ, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການໄດ້ສົມທົບກັບສະມາຄົມຄົນພິການນະຄອນຮ່າໂນ້ຍ ຈັດພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ.

ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານນາງ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ, ຢືນຢັນວ່າ.
        “ມື້ນີ້, ພວກເຮົາຮ່ວມເດີນທາງພ້ອມກັບຄົນພິການ ແບ່ງປັນເພື່ອສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນ, ກົດໝາຍຂອງຄົນພິການ ກໍຄືບັນດາຄຳໝັ້ນສັນຍາເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ, ດ້ວຍເປົ້າໝາຍເພື່ອຊ່ວຍໃຫ້ບັນດາຄົນພິການຢູ່ຫວຽດນາມ ມີຊີວິດທີ່ດີກວ່າ, ມີເງື່ອນໄຂສະດວກເພື່ອປະຕິບັດບັນດາສິດໂດຍກົດໝາຍກຳນົດ”.
 (ແຫຼ່ງຄັດຈາກ VOV)

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

APEC 2027 ຈະມຸ່ງໄປເຖິງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ

ວຽກງານເນື້ອໃນບໍ່ພຽງແຕ່ແມ່ນເພື່ອຮັບປະກັນການຈັດກອງປະຊຸມໃຫ້ສຳເລັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນແຈ້ງເຖິງຈິນຕະນາການຍຸດທະສາດ, ວິໄສທັດໄລຍະຍາວ.

Top