• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍໃກ້ຈະຈັດເດືອນສົ່ງເສີມການຄ້າຮ່າໂນ້ຍ 2018

      ນັບແຕ່ຕົ້ນເດືອນ ພະຈິກ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະຈັດເດືອນສົ່ງເສີມການຄ້າຮ່າໂນ້ຍ 2018 ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ - ລະດົມການໃຊ້ສອຍ” ດ້ວຍການຫຼຸດລາສິນຄ້າຄາຫຼາຍປະເພດ ແຕ່ 50% - 100%.

ພາບປະກອບອີນເຕີແນັດ)
      ລະອຽດແມ່ນ, ໃນເດືອນຂາຍສິນຄ້າສົ່ງເສີມການຄ້າໃນບໍລິເວນນະຄອນຮ່າໂນ້ຍ ຈະໄດ້ດຳເນີນແຕ່ວັນທີ 09 ພະຈິກ - 09 ທັນວາ ຢູ່ບັນດາສະຖານທີ່ຂາຍສິນຄ້າໃນບໍລິເວນຮ່າໂນ້ຍ ແລະ ໃນບັນດາເວັບໄຊ, ຊອບແວຊື້ - ຂາຍທາງອິນເຕີແນັດ ດ້ວຍຂອບຂະໜາດປະມານ 1000 ວິສາຫະກິດ. ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວອື່ນໆຄື: ພິທີເປີດເດືອນສົ່ງເສີມການຄ້າຮ່າໂນ້ຍ ແລະ ພິທີເຊີດຊູ “ສິນຄ້າຫວຽດນາມ ໂດຍຜູ້ອຸປະໂພກນິຍົມ” ປີ 2018, ຄາດວ່າຈະດຳເນີນໃນວັນທີ 09 ພະຈິກ ຢູ່ສະໜາມຫຼວງອານຸສາວະລີ ລິທາຍໂຕ… ຈຸດໃໝ່ຂອງເດືອນສົ່ງເສີມການຄ້າປີນີ້ແມ່ນເຫດການສັບປະດາຄຳເຊື່ອມຕໍ່ ເພື່ອແນໃສ່ສະເຫຼີມສະຫຼອງ 10 ປີແຫ່ງວັນປຸກລະດົມເດືອນສົ່ງເສີມການຄ້າຮ່າໂນ້ຍ 2009 – 2018. ເຫດການຈະດຳເນີນແຕ່ວັນທີ 12 – 18 ພະຈິກ, ດ້ວຍຂອບຂະໜາດແຕ່ 80 – 100 ຈຸດ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top