• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍພັດທະນາພື້ນຖານໂຄງລ່າງ, ຫລຸດຜ່ອນສະພາບລົດຕິດທາງຄົມມະນາຄົມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ
ຂະ​ແຫນງ​ການ​ກ່ຽວ​ກັບ​ສະ​ພາບ​ລົດ​ຕິດ
       ​ຕອນ​ເຊົ້າ​ວັນ​ທີ 16/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີງ​ດີງ​ຢູງ ເປັນ​ປະ​ທານ​ການ​ເຮັດ​ວຽກກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ເພື່ອ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ລົດ​ຕິດ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ ຮ່າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ຮ່າ​ໂນ້ຍ ບໍ່​ຄວນ​ປະ​ໃຫ້ສະ​ພາບ​ລົດ​ຕິດ​ຢ່າງ​ດົນ​ນານກໍ່​ຄວ​າມ​ຂ້ອງ​ໃຈຂອງ​ປະ​ຊາ​ຊົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ: ຮ່າ​ໂນ້ຍ ຄວນ​ຄຸ້ມ​ຄອງ​ການ​ວາງ​ແຜນ​ຜັງ​ເປັນ​ຢ່າງ​ດີ, ໃນ​ຕໍ່​ຫນ້າ ເດັດ​ດ່ຽວຍັງ​ບໍ່​ທັນ​ກໍ່​ສ້າງ​​ອາ​ຄານ​ຫລາຍຊັ້ນ​ ເມື່ອບໍ່​ທັນ​ມີ​ວິ​ທີ​ການ​ຕໍ່​ຄົມ​ມະ​ນ​າ​ຄົມ. ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ມາດ​ຕະ​ການກໍ່​ສ້າງ​ອາ​ຄານ​ຫລາຍ​ຊັ້ນ​ເພື່ອ​ຫລຸດ​ຜ່ອນ​ລົດ​ໂອ​ໂຕ ແລະ ລົດ​ຈັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ສະ​ເຫນີ: ຮ່າ​ໂນ້ຍ  ຍູ້​ແຮງ​ການ​ດຶງ​ດູດແຫ່ງ​ກຳ​ລັງ​ໃນ​ສັງ​ຄົມເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ສະ​ພາບ​ລົດ​ຕິດ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ 2017.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top