• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບໃຊ້ຄວາມຕ້ອງການ ເດີນທາງໄປມາ ໃນຍາມບຸນເຕັດ ຂອງພໍ່ແມ່ປະຊາຊົນ ໃຫ້ເປັນຢ່າງດີ

      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ເຮັດວຽກກັບບັນດາເຈົ້າໜ້າທີ່ທາງການບິນ ຂອງບັນດາປະເທດ ເພື່ອເຫັນດີເປັນເອກະພາບເພີ່ມຖ້ຽວບິນສາກົນ
ນາຍົກລັດຖະມົນຕີ ຟ້າມບິງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ຕອນເຊົ້າວັນທີ 20 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ, ປະທານຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມ ແຫ່ງຊາດ, ປະທານຄະນະກຳມະການຄວາມໝັ້ນຄົງທາງການບິນພົນລະເຮືອນ ແຫ່ງຊາດ, ໄດ້ລົງກວດກາວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ທາງການບິນ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ.
      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ເຮັດວຽກກັບບັນດາເຈົ້າໜ້າທີ່ທາງການບິນ ຂອງບັນດາປະເທດ ເພື່ອເຫັນດີເປັນເອກະພາບເພີ່ມຖ້ຽວບິນສາກົນ, ຕອບສະໜອງຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ຢາກກັບຄືນບ້ານເກີດເມືອງນອນມາຢ້ຽມຢາມພີ່ນ້ອງ ແລະ ຕ້ອນຮັບບຸນເຕັດປະຈຳຊາດ, ເປັນຕົ້ນແມ່ນບັນດາປະເທດທີ່ມີ ຊາວຫວຽດນາມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກເປັນຈຳນວນຫຼາຍ ແລະ ບັນດາປະເທດທີ່ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ຄື ອົດສະຕາລີ ແລະ ບັນດາປະເທດ ເອີລົບ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top