• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນປະສິດທິຜົນໃນການຜັນຂະຫຍາຍການປະຕິບັດກົດໝາຍ

      ໃນສະພາບການໂລກລະບາດໂຄວິດ - 19, ວຽກງານປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ມະຕິ ແລະ ການປະກາດໃຊ້ເອກະສານກຳນົດລະອຽດ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ.
ວາລະປະຊຸມ (ພາບ:quochoi.vn) 
      ຕອນເຊົ້າວັນທີ 29 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ກໍາມາທິການກົດໝາຍ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 2 ແບບທາງໄປ. ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ 29 ຫາວັນທີ 30 ກັນຍາ. ນະທີ່ນີ້, ບັນດາຜູ້ແທນໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດປີ 2021; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານແກ້ໄຂການຮ້ອງທຸກຮ້ອງຟ້ອງປີ 2021; ກວດກາບັນດາຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ພິຈາລະນາເນື້ອໃນສຳຄັນຈຳນວນໜຶ່ງ.
      ເມື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດປີ 2021 ໃນວາລະປະຊຸມຕອນເຊົ້າວັນທີ 29 ກັນຍາ, ບັນດາຜູ້ແທນໄດ້ຕີລາຄາວ່າ ໃນສະພາບການໂລກລະບາດໂຄວິດ - 19, ວຽກງານປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ມະຕິ ແລະ ການປະກາດໃຊ້ເອກະສານກຳນົດລະອຽດ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top