• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອດ 6 ໂມງເຊົ້າວັນທີ 17 ກັນຍາ ແມ່ນ 15ມື້ຢ່າງລຽນຕິດ ແລ້ວທີ່ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

      ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 16 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 17 ກັນຍາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່.
 

ພາບປະກອບ: tuoitre.vn 
      ດັ່ງນັ້ນ, 15ມື້ຢ່າງລຽນຕິດແລ້ວທີ່ ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1062 ຄົນໃນນັ້ນມີ 931 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.
        ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 17 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼ່າຍກ່ວາ 30 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 944.637 ຄົນ. ອາເມລິກາສືບຕໍ່ແມ່ນປະເທດໄດ້ຮັບຜົນກະທົບຫຼາຍກ່ວາໝູ່.
        ເມື່ອພິຈາລະນາຕາມພາກພື້ນແລ້ວ, ອາຊີແມ່ນພາກພື້ນທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 9 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ 169.887 ຄົນ. ຖັດຈາກນັ້ນແມ່ນ ພາກພື້ຮອາເມລິກາເໜືອ ແລະ ອາເມລິກາໃຕ້…
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top