• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີ

      ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ ກິມມຽງຊູ, ເຮັດວຽກກັບລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ....

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແລະ  ທ່ານລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ
      ໃນຂອບເຂດການເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີແຕ່ວັນທີ 18-23 ພະຈິກ, ວັນທີ 20 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ ກິມມຽງຊູ, ເຮັດວຽກກັບລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ. ທີ່ການພົບປະກັບປະທານສານສູງສຸດແຫ່ງ ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ສະແດງຄວາມຫວັງຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການປະຕິຮູບ, ພັດທະນາທາງດ້ານຕຸລາການ ແລະ ກົດໝາຍ.
    ໃນການເຮັດວຽກກັບທ່ານລັດຖະມົນຕີກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ປັກຊາງກີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ສະເໜີ 2 ຝ່າຍຈົ່ງລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ ແລະ ການຄ້າລະຫວ່າງຫວຽດນາມ- ສ.ເກົາຫຼີໂດຍໄວ. ກະຊວງຍຸດຕິທຳແຫ່ງ ສ.ເກົາຫຼີ ແລະ ກະຊວງຕຳຫຼວດຫວຽດນາມສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າ-ອອກເມືອງ ແລະ ພັກອາໄສໃຫ້ແກ່ພົນລະເມືອງ 2 ປະເທດ. 
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top