• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບບັນດາວິສາຫະກິດອິນເດຍ

      ຕອນເຊົ້າວັນທີ 05 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມການພົບປະໂຕະມົນວິສາຫະກິດອິນເດຍ, ໂດຍສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳອິນເດຍ ສົມທົບກັບສະຖານທູດຫວຽດນາມ ປະຈຳອິນເດຍ ຈັດຕັ້ງຢູ່ນະຄອນຫຼວງ New Delhi.

ການພົບປະໂຕະມົນວິສາຫະກິດອິນເດຍ
(ພາບ: TTXVN)
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ຫວຽດນາມ ພວມມານະພະຍາຍາມສ້າງຕັ້ງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດອິນເດີຍ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິຮູບ, ສ້າງລະບົບກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ຕາມທິດສະເໝີຕົ້ນສະເໝີປາຍ, ກະຈ່າງແຈ້ງ ແລະ ມີການຄາດຄະເນ, ພິເສດຖືເປັນສຳຄັນຂົງເຂດວິສາຫະກິດພາກເອກະຊົນ ແລະ ການລົງທຶນຕ່າງປະເທດ, ມີບັນດາແຜນນະໂຍບາຍສົ່ງເສີມການລົງທຶນເຂົ້າຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການສູງ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ສືບຕໍ່ເຮັດວຽກ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ສືບຕໍ່ເຮັດວຽກ

ຮ່າງກົດໝາຍໄດ້ສ້າງຫຼາຍເນື້ອໃນກ່ຽວຂ້ອງການການຄຸ້ມຄອງຄວາມສ່ຽງ, ຄວບຄຸມສິນຄ້າ, ຜູ້ນຳໃຊ້ສຸດທ້າຍ, ຈຸດປະສົງນຳໃຊ້ສຸດທ້າຍ...

Top