• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຂືອ ຈະໄປ ອາເມລິກາ ເຈລະຈາ ພາຍຫລັງວັນຊາດ ຈີນ 1 ອາທິດ

      ຈີນ ຢັ້ງຢືນວ່າ ຫົວໜ້າຄະນະເຈລະຈາການຄ້າຂັ້ນສູງຂອງ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫຼຽວເຂືອ ຈະໄປ ອາເມລິກາ ເຈລະຈາພາຍຫລັງວັນຊາດຂອງປະເທດນີ້ 1 ອາທິດ.
        ວັນທີ 29 ກັນຍາ, ທີ່ນະຄອນຫລວງ ປັກກິ່ງ, ກ່າວຄຳເຫັນທີ່ກອງປະຊຸມຂ່າວຂອງຂະແໜງການຄ້າ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ຈີນ, ທ່ານ ຫວ໊າງເສົາເວິ໊ນ, ຮອງລັດຖະມົນຕີກະຊວງການຄ້າທັງເປັນຮອງຫົວໜ້າຄະນະຜູ້ຕາງໜ້າເຈລະຈາການຄ້າສາກົນຂອງ ຈີນ ໃຫ້ຮູ້ວ່າ: ພາຍຫລັງວັນຊາດ 1 ອາທິດ, ທ່ານຮອງນາຍົກລັດຖະມົນຕີ ຫຼຽວເຂືອ ຈະນຳໜ້າຄະນະຜູ້ແທນປະເທດນີ້ໄປ ອາເມລິກາ ເພື່ອເຂົ້າຮ່ວມຮອບເຈລະຈາດ້ານການຄ້າຄັ້ງທີ 13 ລະຫວ່າງ 2 ປະເທດ.

ທ່ານ ຫວ໊າງເສົາເວິ໊ນ, ຮອງລັດຖະມົນຕີກະຊວງການຄ້າ ຈີນ
      ກ່ອນໜ້ານັ້ນ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ກໍ່ໃຫ້ຮູ້ວ່າ: ຮອບເຈລະຈາດ້ານການຄ້າຕໍ່ໄປລະຫວ່າງ ອາເມລິກາ ກັບ ຈີນ ຄາດວ່າ ຈະດຳເນີນໃນອາທິດທີ 2 ຂອງເດືອນ ຕຸລາ, ກ່ອນຈຸດເວລາທີ່ ອາເມລິກາ ຄາດວ່າຈະເພີ່ມພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ. ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເລື່ອນການເພີ່ມພາສີແຕ່ 25% ຂຶ້ນ 30% ສຳລັບສິນຄ້າທີ່ນຳເຂົ້າຈາກ ຈີນ ທີ່ມີມູນຄ່າ 250 ຕື້ USD ໃນວັນທີ 01 ຕຸລາ ໄປຮອດວັນທີ 15 ຕຸລາ ກໍ່ໄດ້ຮັບຖືວ່າ ແມ່ນການສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຈລະຈາ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top