• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕ້ອນຮັບປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ

      ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ່ງ ສະເໜີວ່າ ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, 2 ຝ່າຍສືບຕໍ່ຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ; ລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດລະອຽດ, ພິເສດແມ່ນ ກະສິກຳ - ປ່າໄມ້  - ການປະມົງ; ຄົມມະນາຄົມຂົນສົ່ງ

ທ່ານ U Tint Swai ແລະ ທ່ານ ຈຶ້ງດີ່ງຢຸ້
      ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ U Tint Swai ໃນຕອນບ່າຍວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢູ້ງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາກ່ຽວກັບທຸກດ້ານທັງລວງກ້ວາງ ແລະ ລວງເລິກ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ່ງ ສະເໜີວ່າ ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, 2 ຝ່າຍສືບຕໍ່ຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ; ລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດລະອຽດ, ພິເສດແມ່ນ ກະສິກຳ - ປ່າໄມ້  - ການປະມົງ; ຄົມມະນາຄົມຂົນສົ່ງ; ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ໃນການເປີດກ້ວາງການລົງທຶນ, ຜະລິດດຳເນີນທຸລະກິດໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ສະມາຄົມມິດຕະພາບ 2 ປະເທດເພີ່ມທະວີສົມທົບກັນ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນ, ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບ ນະຄອນ Yangon, ມຸ່ງໄປເຖິງການສ້າງຕັ້ງການຮ່ວມມືລະຫວ່າງ ຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງ ມຽນມາ.
        ທ່ານປະທານສະມາຄົມມິດຕະພາບ ມຽນມາ - ຫວຽດນາມ U Tint Swai ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້, ຄະນະໄດ້ລົງນາມໃນເອກະສານ, ຂໍ້ຕົກລົງສຳຄັນຫຼາຍສະບັບກັບບັນດາອົງການຂອງ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສະມາຄົມມິດຕະພາບ 2 ປະເທດ, ຊຸກຍູ້ບັນດາການພົວພັນຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top