• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະຫະສະມາຄົມວິສາຫະກິດເອີລົບ

      ຕອນບ່າຍວັນທີ 29 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດເອີລົບ (Eurocham) ໂດຍທ່ານ Jen Ruebbert, ປະທານສະຫະສະມາຄົມນຳໜ້າ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ
ຕ້ອນຮັບທ່ານ Jen Ruebbert, ປະທານສະຫະສະມາຄົມ
(ພາບ: baochinhphu.vn)
      ທີ່ການຕ້ອນຮັບ, ທ່ານ Jen Ruebbert ໃຫ້ຮູ້ວ່າ: Eurocham ຕີລາຄາສູງໝາກຜົນການປະຕິຮູບບໍລິຫານ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກສະບາຍ, ກະຈ່າງແຈ້ງຂອງລັດຖະບານຫວຽດນາມ. Eurocham ກໍ່ຖືວ່າ ສະຫະພາບເອີລົບ ແລະ ຫວຽດນາມ ຄວນສຳເລັດການລົງນາມໂດຍໄວ ເພື່ອປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ Eurocham ເອງກໍຈະມານະພະຍາຍາມ, ພົບປະແລກປ່ຽນກັບສະຫະພັນລັດຖະສະພາເອີລົບ, ສະເໜີໃຫ້ອີຢູ ໃຫ້ສັດຕະຍາບັນສັນຍາດັ່ງກ່າວ “ຍິ່ງໄວກໍ່ຍິ່ງດີ” ເພື່ອຜົນປະໂຫຍດຂອງບັນດາວິສາຫະກິດ ແລະ ປະຊາຊົນ.
        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕີລາຄາສູງບັນດາການປະກອບສ່ວນຂອງ Eurocham ທີ່ສະຫງວນໃຫ້ແກ່ຫວຽດນາມ ແລະ ສະພາໃຫ້ຄຳປຶກສາປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ເລື່ອງສ້າງປື້ມປົກຂາວຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດເພີ່ມທະວີກຳລັງແກ່ງແຍ້ງ ແລະ ປັບປຸງກອບກົດໝາຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມໂຄງການເກາະທຽມ Lynetteholmen (ແດນມາກ)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມໂຄງການເກາະທຽມ Lynetteholmen (ແດນມາກ)

ນີ້ແມ່ນໜຶ່ງໃນບັນດາໂຄງການພັດທະນາຕົວເມືອງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່ສ້າງໃນປີ 2022 ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2070.

Top