• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວມອບລາງວັນແລະປຸກລະດົມການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ

      ພິທີມອບລາງວັນການເສັງບັນດາບົດປະພັນສື່ມວນຊົນ ທີ່ຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກໄລຍະ 2016 – 2020 ຄັ້ງທີ 1 ປີ 2017 ໄດ້ຮັບການຈັດຕັ້ງໃນວັນທີ 12 ຕຸລາຢູ່ຮ່າໂນ້ຍ.

ມອບລາງວັນແລະປຸກລະດົມການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ
(ພາບ: VGP)
      ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການຈຸດໝາຍແຫ່ງຊາດໄລຍະ 2016 - 2020, ໄດ້ປຸກລະດົມໂດຍກົງການເສັງສື່ມວນຊົນຂຽນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກປີ 2018. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຄວາມສຸດຈິດສຸດໃຈຂອງບັນດານັກປະພັນ, ໝູ່ຄະນະທີ່ເຂົ້າຮ່ວມການເສັງ; ອວຍພອນໃຫ້ບັນດານັກປະພັນ, ໝູ່ຄະນະທີ່ຍາດໄດ້ລາງວັນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຖືວ່າ.
        “ຂ້າພະເຈົ້າປາດຖະໜາວ່າ, ບັນດານັກຂ່າວໄດ້ມີພຶດຕິກຳຕົວຈິງແລ້ວ, ພວກເຮົາຄວນລົງເລິກເຂົ້າໃນພຶດຕະກຳນັ້ນກວ່າອີກ, ລົງເລິກເຂົ້າໃນການດຳລົງຊີວິດຂອງປະຊາຊົນກວ່າອີກ. ນຳພຶດຕິກຳຕົວຈິງທີ່ມີຊີວິດຊີວານັ້ນເຂົ້າໃນບັນດາບົດປະພັນສື່ມວນຊົນ. ດ້ານໜຶ່ງພວກເຮົາໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ. ຈາກການສ່ອງແສງຂອງປະຊາຊົນນັ້ນ, ພວກເຮົາຫັນປ່ຽນຈາກການໜູນຊ່ວຍໂດຍກົງໃຫ້ປະຊາຊົນທີ່ທຸກຍາກ ໄປສູ່ການໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ເຂົາເຈົ້າ”.
        ໃນໄລຍະປຸກລະດົມການເສັງ, ຄະນະຈັດຕັ້ງການເສັງໄດ້ຮັບບົດປະພັນ 300 ບົດ ແລະ ຄັດເລືອກໄດ້ 84 ບົດເຂົ້າຮອບຊິງຊະນະເລີດ ແລະ ໄດ້ມອບ 24 ລາງວັນ ໃຫ້ 5 ປະເພດສື່ມວນຊົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top