• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດຄື້ນຟອງຍັກຊຸນາມິຢ່າງຮີບດ່ວນ

      ທ່ານປະທານາທິບໍດີ ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາອົງການປະຕິບັດບາດກ້າວທີ່ຈຳເປັນ, ຮີບດ່ວນ ເພື່ອຊອກຫາຜູ້ປະສົບເຄາະຮ້າຍ ແລະ ເບິ່ງແຍງສຸຂະພາບໃຫ້ຜູ້ຖືກຮັບບາດເຈັບ.

ພາບປະກອບ 
      ວັນທີ 23 ທັນວາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮຽກຮ້ອງໃຫ້ທຸກໆອົງການທີ່ກ່ຽວຂ້ອງຢູ່ປະເທດນີ້ຕ້ອງມີປະຕິກິລິຍາຮີບດ່ວນເພື່ອຮັບມືກັບໄພພິບັດທຳມະຊາດຄື້ນຟອງຍັກຊຸນາມິຢູ່ອ້ອມແອ້ມເຂດຊ່ອງແຄບທະເລ Sunda, ນອນລະຫວ່າງເກາະ Sumatra ແລະ Java. ທ່ານປະທານາທິບໍດີ ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາອົງການປະຕິບັດບາດກ້າວທີ່ຈຳເປັນ, ຮີບດ່ວນ ເພື່ອຊອກຫາຜູ້ປະສົບເຄາະຮ້າຍ ແລະ ເບິ່ງແຍງສຸຂະພາບໃຫ້ຜູ້ຖືກຮັບບາດເຈັບ.
        ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ກ່າວເຕືອນປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ບັນດາເຂດແຄມທະເລຢູ່ອ້ອມແອ້ມຊ່ອງແຄບທະເລ Sunda ໃຫ້ຫຼີກລ້ຽງເຂົ້າໃກ້ກັບບັນດາຫາດຊາຍທະເລ ແລະ ກ່າວເຕືອນເຖິງການຂຶ້ນນ້ຳທະເລແມ່ນຍັງສູງ ແລະ ຈະແກ່ຍາວຮອດວັນທີ 25 ທັນວາ.
        ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ວັນທີ 23 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານສະພາປຶກສາການເມືອງປະຊາຊົນ ອິນໂດເນເຊຍ Zulkifli Hasan.

ພາບປະກອບ
      ການນຳ ຫວຽດນາມ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງການນຳ ອິນໂດເນເຊຍ ຕໍ່ບັນດາຜົນເສຍຫາຍອັນໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຍ້ອນໄພພິບັດທຳມະຊາດນີ້ກໍ່ຂຶ້ນ. ການນຳ ຫວຽດນາມ ໄດ້ສະແດງນ້ຳໃຈສາມັກຄີ, ພ້ອມແລ້ວແບ່ງປັນຄວາມຫຍຸ້ງຍາກຂອງປະຊາຊົນ ຫວຽດນາມ ກັບ ປະຊາຊົນ ອິນໂດເນເຊຍ ແລະ ເຊື່ອໝັ້ນວ່າ ປະຊາຊົນ ອິນໂດເນເຊຍ ຈະແກ້ໄຂຜົນຮ້າຍຢ້ອນຫຼັງ, ສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.
        ແລະກໍ່ໃນວັນທີ 23 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi.
 (ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top