• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍຕຳໜິຕິຕຽນ ຈີນ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ເຄັ່ງຕຶງຂຶ້ນຕື່ມ

ຈີນ ໄດ້​ຕິດ​ຕັ້ງ​ລູກ​ສອນ​ໄ​ຟ​ໜ້າ​ດິນ​ຕ້ານ​ເ​ທິງ​​ອາ​ກາດ
ຢູ່​ເກາະ​ຟຸ໋​ເລີມ, ຂຶ້ນ​ກັບ​ໝ​ູ່​ເກາະ​ຮ່​ວາງ​ຊາ​ ຂອງ​ຫວຽດ​ນາມ
(ພາບ: abc.net.au)
      ໃນ​ບົດ​ກ່າວ​ປາ​ໄສ​ສຳ​​ຄັນ​ທີ່​ການ​ເຈ​ລະ​ຈາອ​ິນ​ເດຍ - ອາ​ຊຽນ ຄັ້ງ​ທີ 8 (ການ​ເຈະ​ລ​ຈາ Delhi VIII) ຫາ​ກໍ​ດຳ​ເນ​ີນ​ຢູ່​ນະ​ຄ​ອນ​ຫຼວງ New Delhi, ທ່ານນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ Sushma Swaraj ໄດ້​ຮຽກ​ຮ້ອງ​ໃຫ້​ປັກ​ກິງ ບໍ່​ຄວນ​ມີ​ການ​ກະ​ທຳ​ພ​ຽງ​ລ​ຳ​ພັງ​ຝ່າຍ​ດຽວ​ໃດໆ ອາດກໍ່​ຄວາມ​ເຄັ່ງ​ຕຶງພາກ​ພື້​ນ, ​ໃນ​ສະ​ພາບ​ທີ່​ອາ​ເມ​ລິ​ກາ ຢັ້ງ​ຢືນ​ເລື່ອງ​ຈີນ ໄດ້​ຕິດ​ຕັ້ງ​ລູກ​ສອນ​ໄ​ຟ​ໜ້າ​ດິນ​ຕ້ານ​ເ​ທິງ​​ອາ​ກາດຢູ່​ເກາະ​ຟຸ໋​ເລີມ, ຂຶ້ນ​ກັບ​ໝ​ູ່​ເກາະ​ຮ່​ວາງ​ຊາ​ ຂອງ​ຫວຽດ​ນາມ. ທ່ານ​ນາງ Swaraj ​ເນັ້ນ​ໜັກ​ວ່າ ການ​ພັ​ດທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທະ​ເລ​ພຽງ​ປະ​ຕິ​ບັດ​ໄດ້​ໃນ​ຂອບ​ເຂດ​ບັນ​ດາ​ຫຼັກ​ການ ແລະ ມາດ​ຕ​ະ​ຖານ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ​ເທົ່າ​ນັ້ນ.
      ໃນ​ບົດ​ກ່າວ​ໄປ​ໄສ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີນ​ເດຍ Vikas Swarup ຢືນ​ຢັນ​ວ່າ, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດຢ່າງ​ເຂັ້ມ​ງວດ ແລະ ​ປະ​ສິດ​ທິ​ຜົນ ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002 ແລະ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ເພື່ອ​ສ້າງ​ຕັ້ງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ບົນ​ພື້​ນ​ຖານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ສິ່ງ​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້​ນ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top