• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ + 3 ຫວັງວ່າ ເສດຖະກິດ ຈະຟື້ນຟູໂດຍໄວ ໂດຍອີງໃສ່ວັກຊິນກັນໂຄວິດ - 19

      ຕາມຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 3 ພຶດສະພາ, ພາຍຫຼັງກອງປະຊຸມທາງອອນລາຍ ລະຫວ່າງ ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພ້ອມກັບ 3 ຄູ່ຮ່ວມມື ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ (ອາຊຽນ + 3), ບັນດາລັດຖະມົນຕີ ແລະ ຜູ້ວ່າການ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງລະມັດລະວັງ ຕໍ່ຄວາມໄວໃນການຟື້ນຟູ ທີ່ບໍ່ມີຄວາມສະໝ່ຳສະເໝີຂອງເສດຖະກິດ ພາຍຫຼັງຜົນກະທົບຈາກວິກິດການການແພດທົ່ວໂລກ
ກຳມະກອນເຮັດວຽກຢູ່ບໍລິສັດ Top Glove ຢູ່ຊານເມືອງ Kuala Lumpur  ຂອງປະເທດ ມາເລເຊຍ
(ພາບ: AFP/TTXVN)
       ບັນດາພື້ນຖານເສດຖະກິດ ອາຊີ, ຊຶ່ງຖືກຜົນກະທົບຢ່າງແຮງ ຈາກໂລກລະບາດໂຄວິດ - 19, ຄາດວ່າຈະໄດ້ຮັບການຟື້ນຟູໃນປີນີ້ ໂດຍອີງໃສ່ການຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19, ແຕ່ພາກພື້ນ ຈະປະເຊີນໜ້າກັບບັນດາຄວາມສ່ຽງ ຍ້ອນຄວາມຜິດດ່ຽງ ກ່ຽວກັບຄວາມໄວໃນການສັກວັກຊິນ ລະຫວ່າງ ບັນດາປະເທດ ແລະ ການເກີດ ເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່. ຕາມຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 3 ພຶດສະພາ, ພາຍຫຼັງກອງປະຊຸມທາງອອນລາຍ ລະຫວ່າງ ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພ້ອມກັບ 3 ຄູ່ຮ່ວມມື ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ (ອາຊຽນ + 3), ບັນດາລັດຖະມົນຕີ ແລະ ຜູ້ວ່າການ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງລະມັດລະວັງ ຕໍ່ຄວາມໄວໃນການຟື້ນຟູ ທີ່ບໍ່ມີຄວາມສະໝ່ຳສະເໝີຂອງເສດຖະກິດ ພາຍຫຼັງຜົນກະທົບຈາກວິກິດການການແພດທົ່ວໂລກ, ພ້ອມທັງ “ໃຫ້ຄຳໝັ້ນສັນຍາ ຈະນຳໃຊ້ທຸກເຄື່ອງມື ນະໂຍບາຍ ທີ່ມີຢູ່ແລ້ວ ເພື່ອຮັບປະກັນການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງ ກໍ່ຄືຮັກສາ ການເງິນເປັນປົກກະຕິ”. ໂດຍເນັ້ນໜັກເຖິງຄຳໝັ້ນສັນຍາ ກ່ຽວກັບລະບົບການຄ້າ ແລະ ການລົງທຶນ ຫຼາຍຝ່າຍເປີດກ້ວາງ ແລະ ອີງໃສ່ກົດໝາຍ, ບັນດາລັດຖະມົນຕີ ແລະ ຜູ້ວ່າການ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ 13 ປະເທດອາຊີ ພ້ອມກັບ ອົດສະຕາລີ ແລະ ນິວຊີແລນ ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານໃນພາກພື້ນ (RCEP) ໃນ ເດືອນພະຈິກ 2020
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top