• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19

ວັນທີ 09 ເມສາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19 ເພື່ອພ້ອມກັນຄວບຄຸມໂລກລະບາດອັນຕະລາຍນີ້. ຕາມຖະແຫຼງການທີ່ໄດ້ຍົກອອກມາພາຍຫລັງກອງປະຊຸມທາງອອນລາຍຂອງສະພາປະສານງານ ອາຊຽນ ຄັ້ງທີ 25 ກ່ຽວກັບໂຄວິດ-19,

ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ປະກາດໝາກຜົນກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 25  (ພາບ: TTXVN)່ 

  ຖະແຫຼງການກໍ່ເນັ້ນໜັກວ່າ ບັນດາປະເທດ ອາຊຽນ “ໃຫ້ຄຳໝັ້ນສັນຍາ ຮັບປະກັນລະບົບສະໜອງໃນພາກພື້ນ ແລະ ຕະຫລາດເປີດ, ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫລຸດຜ່ອນຜົນກະທົບຂອງເສດຖະກິດຊຸດໂຊມໃນພາກພື້ນ ແລະ ໃນທົ່ວໂລກໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກ ແລະ ປະຊາຄົມວິສາຫະກິດ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ”. ຕາມຖະແຫຼງການດັ່ງກ່າວ, ບັນດາລັດຖະມົນຕີກໍ່ສະແດງ ຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມກ່ວາອີກ ແນໃສ່ຄວບຄຸມໂຄວິດ-19 ແລະ ບັນດາຜົນກະທົບເສດຖະກິດ ແລະ ສັງຄົມ ເຊິ່ງໂລກລະບາດກໍ່ຂຶ້ນໃຫ້ແກ່ພາກພື້ນ, ພິເສດແມ່ນໃນວິວັດການສ້າງປະຊາຄົມ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top