• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ຄວາມສະດວກໃນການເຄື່ອນໄຫວດ້ານການຄ້າ


ບັນດາຜູ້ແທນເຂົ້່າຮ່ວມກອງປະຊຸມ
      ​ໃນ​ຂອບ​ເຂດ​ກອງ​ປ​ະຊຸມ​ລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 (AEM 48) ​ແລະ ບັນດາ​ກອງ​ປະ​ຊຸມ​ກ່ຽວຂ້ອງ, ວັນ​ທີ 3/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸ​ມສະພາ​ພາກ​ພື້ນ​ການ​ຄ້າ​ເສລີ (AFTA) ຄັ້ງທີ 30. ບັນດາລັດຖະມົນຕີໃຫ້ຄຳໝັ້ນສັນຍາອາຊຽນຈະສືບຕໍ່ຊຸກຍູ້ຄວາມສະດວກໃນການຄ້າໂດຍຜ່ານການປະຕິບັດ​ຫຼາຍ​ການ​​ເຄື່ອນ​ໄຫວ​ຕ່າງໆ​ລວມມີ: ຢັ້ງຢືນ​ເອງ,​ ​ໃບ​ແຈ້ງ​ເອ​ເລັກ​ໂຕ​ນິກ D ບັນດາ​ລັດຖະມົນຕີ​ໄດ້​ຢັ້ງຢືນ​ເມື່ອ​ຂໍ້​ລິ​ເລີ່​ມຢັ້ງຢືນ​ເອງ​ຂອງ ອາ​ຊຽນ ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ກ້ວາງ​ຂວາງ ຈະສ້າງ​ຄວາມ​ສະດວກ​ໃຫ້​ປະຊາ​ຄົມ​ດຳ​ເນີນ​ທຸລະ​ກິດ​ ​ຜ່ານ​ການ​ຫລຸດຜ່ອນ​ຄ່າ​ໃຊ້​ຈ່າຍ ​ແລະ ​ເວລາ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ໃນ​ພາກ​ພື້ນ. ບັນດາ​ລັດຖະມົນຕີ​ກໍ່ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ນຳ​ໃຊ້​ທຸກໆ​ຄວາມ​ມານະ​ພະຍາຍາມ​ເພື່ອດຳ​ເນີນ​ການ​ໃຫ້​ສົນທິສັນຍາ ​ກ່ຽວ​ກັບ​ກອບ​ກົດໝາຍ​ເພື່ອ​ປະຕິບັດ​ກົນ​ໄກ​ປະຕູ​ດຽວ ອາ​ຊຽນ, ຜ່ານ​ນັ້ນ​ສາມາດ​ຜັນ​ຂະຫຍາຍ​ກົນ​ໄກ​ປະຕູດຽວ​ໃນ​ປີ 2016. ບັນດາ​ລັດຖະມົນຕີ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາ​ຍາມທີ່​ຈຳ​ເປັນ​ເພື່ອ​ແນ​ໃສ່ປະຕິບັດ​ສຳ​ເລັດ​ຂໍ້​ຕ​ົກລົງ​ຮັບ​ຮອງເຊິ່ງກັນ ​ແລະ ກັນ​ໃນ ອາ​ຊຽນ (MRA) ກ່ຽວ​ກັບ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ, ອາຫານ​ໂດຍ​ຜ່ານ​ການ​ປຸງ​ແຕ່ງ​ແລ້ວ ​ແລະ ບັນດາ​ວັດ​ສະ​ດຸ​ກໍ່ສ້າງ.
        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສະພາ​ພາກ​ພື້ນ​ລົງທຶນ ອາ​ຊຽນ ຄັ້ງ​ທີ 19 (AIA 19) ​ໄດ້​ຈັດ​ຕັ້ງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເສດຖະກິດ 10 ປະ​ເທດ ​ອາ​ຊຽນ ​ແລະ ຄະນະ​ເລຂາ​ອາ​ຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top