• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ງານມະຫາກຳສາ​ກົນ​ມວຍ​ພື້​ນ​ເມືອງ ຫວຽດ​ນາມ​

ພາຍຫຼັງດຳເນີນມາເປັນເວລາ 5 ວັນ, ດ້ວຍການເຄື່ອນໄຫວທີ່ຟົດຟື້ນນັ້ນ, ງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VII - ບິ່ງດິງ ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 11 ສິງຫາ, ຢູ່ ນະຄອນ ກູຍເຍີນ. ງານມະຫາກຳຄັ້ງນີ້ມີການເຂົ້າຮ່ວມຂອງ ຄູຝຶກມວຍ, ນັກມວຍ ກ່ວາ 1.300 ຄົນທີ່ມາຈາກບັນດາສະໂມສອນ ແລະ ຄະນະນັກມວຍ ພາຍໃນປະເທດ ແລະ ສາກົນ.

ພິທີອັດງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ VII - ບິ່ງດິງ ປີ 2019  

ທີ່ງານມະຫາກຳຄັ້ງນີ້, ຄະນະຈັດຕັ້ງໄດ້ຮັບຟັງບັນດາການປະກອບຄຳຄິດເຫັນເພື່ອສ້າງຈຸດພົ້ນເດັ່ນທີ່ແຕກຕ່າງ ເມື່ອທຽບໃສ່ບັນດາງານມະຫາກຳຄັ້ງກ່ອນ. ສຸມໃສ່ການສະແດງມວຍພື້ນເມືອງ ຫວຽດນາມ ກໍ່ຄືສ້າງເງື່ອນໄຂໃຫ້ແກ່ບັນດາຄະນະນັກມວຍສາກົນ ແລະ ພາຍໃນປະເທດສະແດງລາຍການມວຍຮັບໃຊ້ໃຫ້ປະຊາຊົນຫຼາຍກ່ວາເກົ່າ, ພົບປະກັນເພື່ອແລກປ່ຽນປະສົບການ. ທ່ານ ຕະຊວັນແຈ໊ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງບິ່ງດິງ ເນັ້ນໜັ້ກວ່າ:

        “ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມ ຄັ້ງທີ VII - ບິ່ງດິງ 2019 ໄດ້ຮັບການ ຈັດຕັ້ງຢ່າງ ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີ, ເຊີດຊູບັນດາສິ່ງຍອດຍິ່ງຂອງເຂດດິນແດນມວຍ ບິ່ງດິງ. ການປະກອບສ່ວນຂອງບັນດາຄູຝຶກມວຍ, ນັກມວຍພື້ນເມືອງ ຫວຽດນາມ ຂອງບັນດາຄະນະນັກມວຍທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນ, ບັນດາແຂວງ, ນະຄອນ, ຂະແໜງພາຍໃນປະເທດໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນຜົນສຳເລັດລວມຂອງງານມະຫາກຳຄັ້ງນີ້ີ້.”

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top