• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30

ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ
​      ພິ​ທີ​ອັດ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ຽນ​ ຄັ້​ງ​ທີ 30 ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 29/4. ກ່ອນ​ໜ້ານັ້ນ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ບັນ​ດາ​ການ​ນຳ ອາ​ຊຽນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ “ຖະ​ແຫຼງ​ການ ອາ​ຊຽນ ກ່ຽວ​ກັບ​ບົດ​ບາດ​ຂອງ​ພື້ນ​ຖານ​ເຄື່ອງ​ມື​ທີ່ເປັນ​ກຳ​ລັງ​ໜ​ູນໃນ​ການ​ບັນ​ລຸ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025”. ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ​ຮ່ວມ​ເນັ້ນ​ໜັກ​ວ່າ: ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ພື້ນ​ຖານ​ເຄື່ອງ​ມື​ໃນ​ການ​ບັນ​ລຸ​ວິ​ໄສ​ທັດ ອາ​ຊຽນ 2025 ແລະ ຍົກ​ອອກ​ບັນ​ດາ​​ທ​ິດ ແລະ ມາດ​ຕະ​ການ​ລະ​ອຽດ​​ເພື່ອເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຄື່ອງ​ມື​ລະ​ຫວ່າງ ລັດ​ຖະ​ບານ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.
        ທີ່​ວາ​ລະ​ປະ​ຊຸມ​ວົງ​ແຄບ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ການ​ນຳ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ປັບ​ປຸງ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ, ພ້ອມ​ທັງ ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​​ຕ່າງ​ຝ່າຍ​ຕ່າງ​ມ​ີ​ຄວາມ​ສົນ​ໃຈ​. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ​້​ແບ່ງ​ປັນ​ຄວາມ​ວິ​ຕົກ​ວັງ​ວົນຕໍ່​ບັນ​ດາ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ​ຂອງ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ໃນ​ໄລ​ຍະ​ຜ່ານ​ມາ ກໍ່​ຄື​ບັນ​ດາ​ຜົນ​ສະ​ທ້ອນຫຼາຍ​ດ້ານ​ສຳ​ລັບ ອາ​ຊຽນ ແລະ ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ ອາ​ຊຽນ ຄວນ​ຍົກ​ສູງ​ຄວ​າ​ມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຊິກ ແລະ ​ຈິດໃຈ​ປະ​ຊາ​ຄົມ, ພິ​ເສດ​ແມ່ນຫຼັກ​ໝັ້ນ​ລວມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ ອາ​ຊຽນ ມີ​ບົດ​ບາດ ​ແລະ ​ຄວາມ​ຮັບ​ຜິດ​ຊອບ​ໃນ​ເວ​ທີ​ສາ​ກົນ. ອາ​ຊ​ຽນ​ຕ້ອງ​ນຳ​ໜ້າ​ໃນ​ການ​ຍົກ​ສູງ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາຫຼັກ​ການ​ພື້ນ​ຖານ​ຂ​ອງ​ການ​ພົວ​ພັນ​ສາ​ກົນ, ເໝາະ​ສົມ​ກັບ​ຈຸດໝາຍ​ຂອງ ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ອີງ​ໃສ່​ກົດ​ລະ​ບຽບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ແບ່ງ​ປັນ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ, ທະ​ເລ​ຮ​ວາ​ຕູງ, ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ເຫດ​ການກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ເອີ​ລົບ​ຈຳ​ນວນ​ໜຶ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ ອາ​ຊຽນ ຄວນ​ຍົກ​ສູງ​ບັນ​ດາຫຼັກ​ກາ​ນ​ພື້ນ​ຖານ ແລະ ຫຼັກ​ໝັ້ນ​ລວມ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ບັນ​ດາ​ຝ່າຍ​ຕ້ອງ​ປະ​ຕິ​ບັດ​​ປະ​ມວນ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ເຂັ້ມ​ງວດ ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC​) ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ ແລະ ສາ​ມາດ​ເປັນ​ໄປ​ໄດ້​ໃນ​ສະ​ພາບ​ຕົວ​ຈິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top