• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12

      ກອງປະຊຸມຄັ້ງນີ້ ບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາເນື້ອໃນພື້ນຖານ ແລະ ພິເສດແມ່ນໃນນັ້ນ ໄດ້ຮັບຮອງເອົາການແນະນຳ, ເພີ່ມເຕີມ, ສະເໜີບຸກຄະລາກອນ “ພິເສດ” ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງນຳພາຫຼັກແຫຼ່ງຂອງພັກ ແລະ ລັດ ໃນອາຍຸການ ຊຸດທີ 13.
ພິທີອັດກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12
      ຕອນເຊົ້າວັນທີ 17 ມັງກອນ, ຢູ່ສຳນັກງານສູນກາງພັກ, ກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ອັດລົງ. ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ ບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາເນື້ອໃນພື້ນຖານ ແລະ ພິເສດແມ່ນໃນນັ້ນ ໄດ້ຮັບຮອງເອົາການແນະນຳ, ເພີ່ມເຕີມ, ສະເໜີບຸກຄະລາກອນ “ພິເສດ” ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງນຳພາຫຼັກແຫຼ່ງຂອງພັກ ແລະ ລັດ ໃນອາຍຸການ ຊຸດທີ 13.
        ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍປຶກສາຫາລື ແລະ ເຫັນດີເປັນເອກະພາບຢ່າງສູງຕໍ່ໃບສະເໜີຂອງກົມການເມືອງ ກ່ຽວກັບຮ່າງບັນຊີລາຍຊື່ຄະນະປະທານ, ຄະນະເລຂາ ແລະ ຄະນະກວດກາຄຸນລັກສະນະ ຜູ້ແທນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ສູນກາງກໍໄດ້ຮັບຮອງເອົາບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13, ກ່ຽວກັບວຽງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກຊຸດທີ 13; ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບວຽກງານການເງິນຂອງພັກ ໃນອາຍຸການ 2016 – 2020. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ ກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ກໍແມ່ນກອງປະຊຸມສຸດທ້າຍຂອງອາຍຸການຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງານ; ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ກໍປະຕິບັດສຳເລັດໂດຍພື້ນຖານ, ຖືກຕ້ອງຕາມຈຸດປະສົງ, ຄຳຮຽກຮ້ອງ ແລະ ແຜນການທີ່ໄດ້ວາງອອກ ໂດຍໄດ້ປະຕິບັດຢ່າງຮັດກຸ່ມ, ມີປະຊາທິປະໄຕ, ທ່ຽງທຳ, ພາວະວິໄສ, ມີແບບມີແຜນ ແລະ ມີຄວາມເປັນເອກະພາບຢ່າງສູງ.  
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top