• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນຸສັນຍາປັບປຸງສັນຍາຄູ່ຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ ເລີ່ມມີຜົນສັກສິດຢູ່ 6 ປະເທດ

      ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ.           
      ວັນທີ 01 ສິງຫາ, ອະນຸສັນຍາສະບັບທີ 1 ເພື່ອປັບປຸງສັນຍາຄູ່ຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ (AJCEP) ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ ຍີ່ປຸ່ນ ແລະ  5 ປະເທດ ອາຊຽນ ຄື ລາວ, ມຽນມາ, ສິງກະໂປ, ໄທ ແລະ ຫວຽດນາມ. ນີ້ແມ່ນບັນດາປະເທດທີ່ໄດ້ສຳເລັດບັນດາລະບຽບການນິຕິກຳຢູ່ພາຍໃນປະເທດເພື່ອໃຫ້ສັດຕະຍາບັນເອກະສານນີ້.
            ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ. ຕາມການຄາດຄະເນແລ້ວ,  AJCEP ສະບັບປັບປຸງ ຈະມີຜົນສັກສິດຢູ່ 5 ປະເທດຍັງເຫຼືອໃນ ອາຊຽນ, ລວມມີ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະເທດເຫຼົ່ານີ້ສຳເລັດລະບຽບການນິຕິກຳພາຍໃນປະເທດ ເພື່ອໃຫ້ສັດຕະຍາບັນເອກະສານນີ້.
 (ແຫຼ່ງຄັດຈາກ VOV)

ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​​ການ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນປະ​ເທດ ແລະ ກະ​ຊວງ​ຕຳຫຼວດ​ໃນ​ໄລ​ຍະ​ໃໝ່

ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​​ການ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນປະ​ເທດ ແລະ ກະ​ຊວງ​ຕຳຫຼວດ​ໃນ​ໄລ​ຍະ​ໃໝ່

ຢູ່ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສາມ​ທ່ານ​ໄດ້​ຢັ້ງ​ຢືນ​ວ່າ ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມສະ​ຫງົບ, ການ​ຕ່າງ​ປະ​ເທດ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ປະ​ເທດ​ຊາດ

Top