
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
ຕີລາຄາກ່ຽວກັບຄຸນນະພາບການເຄື່ອນໄຫວປີ 2018, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ປີຜ່ານມາ, ສະພາແຫ່ງຊາດໄດ້ປະຕິບັດສຳເລັດວຽກງານໃຫຍ່, ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງທັງໃນການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ໃນການເຄື່ອນໄຫວການຕ່າງປະເທດ. ກ່ຽວກັບໜ້າທີ່ໃນປີ 2019, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ:
ຍົກສູງລະບຽບວິໄນການບໍລິຫານໃນການເຄື່ອນໄຫວທາງລັດຖະການ; ຄົ້ນຄວ້າ, ກວດກາປັບປຸງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອໃຫ້ເໝາະສົມກັບແຜນຮ່າງວັດທະນະທຳທາງລັດຖະການ ເຊິ່ງນາຍົກລັດຖະມົນຕີຫາກໍ່ອະນຸມັດຜ່ານ. ພ້ອມກັນນັ້ນ, ຫ້ອງວ່າການກໍ່ຄວນໃສ່ໃຈ, ຊາບຊຶມປະຕິບັດຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບຄວາມຮັບຜິດຊອບເຊີດຊູແບບຢ່າງທີ່ດີ.
(ແຫຼ່ງຄັດຈາກ VOV)