• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າໂຄສະນາສຶກສາສູນກາງ ຫວຽດນາມ ວໍວັນເຖືອງ ຕ້ອນຮັບຄະນະຜູ້ແທນປະຊາຊົນປະຕິວັດລາວ

      ຕອນບ່າຍວັນທີ 2 ສິງຫາ, ຢູ່ເມືອງເກາະຟູກວກ, ແຂວງກຽນຢ່າງ, ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ, ໄດ້ຕ້ອນຮັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ກິແກ້ວ ໄຂຄຳພິທູນ, ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ຄັ້ງທີ 5 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. 

ທ່ານ ກິແກ້ວ ໄຂຄຳພິທູນ ແລະ ທ່ານ ຫວໍວັນເຖືອງ 
      ທີ່ການຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານໂຄສະນາສຶກສາ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
        ໃນຕອນຄໍ່າຂອງວັນດຽວກັນ, ການນຳແຂວງກຽນຢາງ ໄດ້ມີການຕ້ອນຮັບ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ. ທີ່ການພົບປະ, ທ່ານເລຂາພັກແຂວງກຽນຢາງ ຫງວຽນແທງຫງິ ປາຖະໜາວ່າຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໃນໄລຍະທີ່ພັກເຊົາຢູ່  ເມືອງເກາະຟູກວກ ສືບຕໍ່ຊອກຮູ້ຢ້ຽມຊົມທັດສະນີຍະພາບ, ຄວາມງາມວັດທະນະທຳຮັກແພງແຂກ ຂອງຊາວເມືອງຟູກວກ.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top