• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 13 – 17 ພຶດສະພາ 2018

ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທສຸວອນ ຫຼວງບຸນມີ ພ້ອມກັບຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ
(ພາບ: Duong Giang/TTXVN)
      ໃນຕອນເຊົ້າວັນທີ 14 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ ໄດ້ເປັນປະທານການຕ້ອນຮັບທ່ານພົນໂທ ສຸວອນ ຫຼວງບຸນມີ ແລະ ບັນດາສະມາຊິກຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ສຸວອນ ຫຼວງບຸນມີ ແລະ ບັນດາສະມາຊິກໃນຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມສົນທະນາກັບຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ ໂດຍທ່ານ ພົນໂທ ສຸວອນ ຫຼວງບຸນມີ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີສົມທົບລະຫວ່າງກຳລັງປ້ອງກັນຊາຍແດນ, ກຳລັງຕໍ່ສູ້, ກຳລັງປ້ອງກັນ ແລະ ຕ້ານອາດຊະຍະກຳຂ້າມຊາຍແດນປະເພດຕ່າງໆ ເປັນປະຈຳຢ່າງມີປະສິດທິຜົນ, ພິເສດແມ່ນອາດຊະຍະກຳຄ້າຂາຍຢາເສດຕິດ; ຜັນຂະຫຍາຍວຽກງານບຳລຸງສ້າງຖັນແຖວພະນັກງານ, ນັກຊ່ຽວຊານການທະຫານ; ຝຶກອົບຮົມວຽກງານພັກ, ວຽກງານການເມືອງ; ຝຶກອົບຮົມເພື່ອຮັບປະກັນດ້ານການພະລາທິການ ແລະເຕັກນິກ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ພົບປະແລກປ່ຽນບົດຮຽນ, ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານການກໍ່ສ້າງແຫຼ່ງກຳລັງ ແລະ ຍົກສູງຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບເປັນປະຈຳ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top