• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ມຸ່ງ​ໄປ​ເຖິງ​ການ​ຮ່ວມມ​ື​ກ່ຽວ​ກັບ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລ​ະ ພັດ​ທະ​ນາ​ແບບ​ຍືນ​ຍົງ

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ (ພາບ: TTXVN)

ໃນລາຍການເຄື່ອນໄຫວຢູ່ ເອີຣົບ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະແດງຄວາມປາດຖະໜາຕໍ່ທ່ານລັດຖະມົນຕີ Magnus Brunner ຈະສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໃນໄວໆນີ້. ພ້ອມດຽວກັນນັ້ນ, ຫວຽດນາມ ກໍປາດຖະໜາວ່າ ຢາກຊຸກຍູ້ການຮ່ວມມືກັບ ໂອຕາລິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ໂອຕາລິດ ແບ່ງປັນບົດຮຽນປະສົບການ, ຂໍ້ມູນຂ່າວສານ, ບັນດາມາດຕະການເຕັກໂນໂລຢີໃນຂົງເຂດສົ່ງໄຟຟ້າ ແລະ ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ ແລະ ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

        ສ່ວນທ່ານລັດຖະມົນຕີ Magnus Brunner ມີຄວາມເຫັນດີເປັນເອກະພາບຕໍ່ຂໍ້ສະເໜີທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກ່ຽວກັບບັນດາເນື້ອໃນຮ່ວມມື, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນສັນຍາ EVIPA.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top