• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ປົກ​ປ້ອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດເກີດ​ການປະ​ທະ​ກັນ ແລະ ​ເກີດ​ໂລກ​ລະ​ບາດ​ໂຄວິດ-19

ໃນວັນທີ 09 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຜ່ານທາງອອນລາຍ, ຟັງການລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ່ 2532 ກ່ຽວກັບໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ ແລະ ເກີດໂລກລະບາດໂຄວິດ-19.

ສະພາຄວາມໝັ້ນຄົງ ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ 2532 (ພາບ: UN)
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ ມະຕິເລກທີ່ 2532 ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນຜ່ານການເຄົາລົບ ແລະ ປະຕິບັດຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຂອງມະຕິຢ່າງມີປະສິດທີຜົນ; ສຸມໃສ່ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ, ຖືກວິກິດການດ້ານມະນຸດສະທຳ; ເພີ່ມທະວີຄວາມສາມັກຄີ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງທຸກຂັ້ນໃນລະດັບຊາດ, ພາກພື້ນ, ສາກົນ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໃນການກະກຽມ, ຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19; ຮັບປະກັນໃຫ້ແກ່ການຮັກສາການເຄື່ອນໄຫວປົກປັກຮັກສາສັນຕິພາບໃນສະພາບ “ປົກກະຕິໃໝ່”, ປະກອບສ່ວນເຂົ້າມາດຕະການແກ້ໄຂໄລຍະຍາວເພື່ອຮັກສາສັນຕິພາບແບບຍືນຍົງ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)

ທຸກແຜນ​ນະ​ໂຍ​ບາຍ​ຕ້ອງ​ເລີ່ມ​ມາ​ຈາກ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ

ທຸກແຜນ​ນະ​ໂຍ​ບາຍ​ຕ້ອງ​ເລີ່ມ​ມາ​ຈາກ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ

ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຢ່າງ​ຮອບ​ດ້ານ​ຂອງ​ພັກ; ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍເອ​ກະ​ລາດ​ຊົນ​ຊາດ ແລະ ​ສັງ​ຄົມນິ​ຍົມ; ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ກຳ​ອຳ​ນາດ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ.

Top