• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ບັນ​ດາ​ໂຄງ​ການຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa ຮອງປະທານທະນາຄານ ໂລກ (WB) ຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa ຮອງປະທານທະນາຄານ ໂລກ (WB) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ທ່ານນາງ Victoria Kwakwa ແມ່ນຜູ້ມີຄຸນງາມຄວາມດີໃນການຊຸກຍູ້ບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ WB ແລະ ຫວຽດນາມ, WB ບໍ່ພຽງແຕ່ອຸປະຖຳ, ໜູນຊ່ວຍ ຫວຽດນາມໃນການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ຫວຽດນາມ ໃນການສ້າງສຳເລັດລະບອບລະບຽບການໃນຫຼາຍປີທີ່ຜ່ານມາ.

        ສ່ວນທ່ານນາງ Victoria Kwakwa ໄດ້ຢັ້ງຢືນຈະໜູນຊ່ວຍ ຫວຽດນາມ ຈົນສຸດຄວາມສາມາດຂອງຕົນ ໃນການຊື້ວັກຊິນເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ເມື່ອເຕື້ອງເຖິງການພັດທະນາເສດຖະກິດສັງຄົມ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາງ Victoria Kwakwa ຖືວ່າ ຫວຽດນາມ ມີກອບນະໂຍບາຍພັດທະນາສົມບູນແບບພໍສົມຄວນແລ້ວ, ເປັນຕົ້ນແມ່ນການພັດທະນາເຂດເສດຖະກິດຈຸດສຸມ, ການຫັນເປັນດີຈີຕອນ, ພັດທະນາແບບກວມລວມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ.

 (ແຫຼ່ງຄັດຈາກ VOV)

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ໃນ​ຂອບ​ເຂດ AMNC 2026, ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ 7 ​ວາ​ລະ​ປະ​ຊຸມ ແລະ ກິດ​ຈະ​ກຳທາງ​ການ​ຂອງກອງ​ປະ​ຊຸມ, ໂດຍສຸມ​ໃສ່​​ບັນ​ດາ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່​ການ​ເຕີບ​ໂຕ​ທົ່ວ​ໂລກ.

Top