• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ຢັ້ງ​ຢືນ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ແຮງ​ງານ

ໃນລະຫວ່າງວັນທີ 20 -21 ມິຖຸນາ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ດ້ວຍຖານະເປັນທູດພິເສດຂອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພາບເອີລົບ (EU) ແລະ ແບນຊິກ.

ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ທ່ານ Jyrki Katainen ຮອງປະທານຄະນະກຳມະການເອີລົບ (ພາບ: TTXVN)
   ໃນ 2 ວັນທີ່ເຮັດວຽກຢູ່ Brussels, , ທ່ານ ດ່າວງອັກຢຸງ ໄດ້ມີການພົບປະກັບທ່ານ Jyrki Katainen ຮອງປະທານຄະນະກຳມະການເອີລົບ, ຮັບຜິດຊອບບັນດາບັນຫາວຽກເຮັດງານທຳ ແລະ ການເຕີບໂຕ, ທ່ານນາງ Celilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າຂອງ EU, ທ່ານ Bernd Lange ປະທານຄະນະກຳມາທິການການຄ້າສາກົນຂອງລັດຖະສະພາ ເອີລົບ, ທ່ານ Joost  Korte ຫົວໜ້າກົມໃຫຍ່ວຽກເຮັດງານທຳ ແລະ ບັນດາບັນຫາສັງຄົມ, ແລະ ທ່ານ Kris Peeters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີເສດຖະກິດ - ວຽກເຮັດງານທຳ ລາຊະອານາຈັກ ແບນຊິກ. ບັນດາການເຮັດວຽກໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄຳໝັ້ນສັນຍາກ່ຽວກັບແຮງງານໃນ ພາກການຄ້າ ແລະ ພັດທະນາແບບຍືນຍົງຂອງສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA). ທ່ານ  ດ່າວງອັກຢຸງ ໄດ້ເນັ້ນໜັກວ່າ, ໄປຄຽງຄູ່ກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຫວຽດນາມໄດ້ຖືເປັນສຳຄັນການພັດທະນາແບບຍືນຍົງ ແລະ ກວມລວມ, ຖືປະຊາຊົນເປັນໃຈກາງ ແລະ ແມ່ນເປົ້າໝາຍຂອງການພັດທະນາ, ຕິດພັນການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top