• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຮຽກ​ຮ້ອງ​​ໃຫ້​ສາ​ມັກ​ຄີ​ກັນ​ຕ້ານ​ການ​ກໍ່​ການ​ຮ້າຍຢ​ູ່ກອງ​ປະ​ຊຸມ​ ສະ​ພາ​ໝັ້ນ​ຄົງ ສ​ປ​ຊ ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່ ອາ​ຟ​ຼິກ​ກາ

ວັນທີ 5 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ Sahel ຢູ່ ອາຟຼິກກາໃນໄລຍະທີ່ຜ່ານມາ. ນະທີ່ນີ້, ຫວຽດນາມໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດຈຶ່ງພ້ອມກັນມານະພະຍາຍາມສາມັກຄີກັນຕ້ານການກໍ່ການຮ້າຍ.


ກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ Sahel ຢູ່ ອາຟຼິກກາ

(ພາບ: TTXVN) 


ທີ່ກອງປະຊຸມ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ, ບັນດາລັດຖະບານ, ບັນດາອົງການຈັດຕັ້ງໃນພາກພື້ນ ຢູ່ ອາຟຼິກກາຕາເວັນຕົກ ແລະ  Sahel ເພີ່ມທະວີຄວາມສາມັກຄີກັນຕ້ານການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ, ເນັ້ນຫນັກວ່າຕ້ອງມີວິທີການສຳຜັດທີ່ເປັນເອກະພາບ, ຮອບດ້ານໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ, ມະນຸດສະທຳ ແລະ ການພັດທະນາຢູ່ Sahel, ພິເສດແມ່ນຢູ່ Mali, ຮຽກຮ້ອງໃຫ້ຮັບປະກັນດ້ານການເງິນໃຫ້ແກ່ການເຄື່ອນໄຫວຂອງກຳລັງ G5 – Sahel. ສປຊ ກໍ່ຮຽກຮ້ອງໃຫ້ບັນດາປະເທດສະໜັບສະໜູນວິທີການສຳຜັດກ່ຽວກັບບວງເງິນສະໜັບສະໜູນຢ່າງຮອບດ້ານໃນການໜູນຊ່ວຍ ແລະ ແກ້ໄຂບັນດາບັນຫາຢູ່ Sahel.

ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາເຫດບຸກໂຈມຕີ ການກໍ່ການຮ້າຍ ຊຶ່ງເຮັດໃຫ້ຫຼາຍຄົນເສຍຊີວິດຢູ່ Sahel ໃນໄລຍະທີ່ຜ່ານມາ, ທ່ານກໍ່ສະໜັບສະໜູນການຜັນຂະຫຍາຍກ່ຽວກັບວິທີການສຳຜັດຢ່າງຮອບດ້ານກ່ຽວກັບຄວາມໝັ້ນຄົງ, ມະນຸດສະທຳ ແລະ ການພັດທະນາແບບຍືນຍົງໃຫ້ແກ່ບັນດາປະເທດໃນພາກພື້ນ. ທ່ານເນັ້ນໜັກເຖິງຄວາມຈຳເປັນ ແລະ ພັນທະໃນການປົກປ້ອງສາມັນຊົນ, ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ ແລະ ຮຽກຮ້ອງໃຫ້ມີແຜນການ, ການສົມທົບຢ່າງຮອບດ້ານໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ, ການປ່ຽນແປງຂອງດິນຟ້າອາກາດ, ມະນຸດສະທຳ ແລະ ການຕ້ານໂລກລະບາດ Covid – 19.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top