ຂ່າວສານ
ຫວຽດນາມຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ທ່ານນາຍົກລັດຖະມົນຍີ່ປຸ່ນ Abe Shinzo (ພາບ: Bracknell News/VOV)
ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ວັດທະນາຖາວອນ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ. ຫວຽດນາມ ຂໍອວຍພອນໃຫ້ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ມີການປະກອບສ່ວນທີ່ສຳຄັນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນກໍ່ຄືການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ແລະ ໃນເຫດການທີ່ກ່ຽວຂ້ອງ, ບັນດາສຳນັກຂ່າວສານໃຫຍ່ຂອງອາເມລິກາເກືອບທັງໝົດລ້ວນແຕ່ຄັດສະເໜີຂໍ້ມູນຂ່າວກ່ຽວກັບທ່ານ Abe Shinzo ລາອອກຈາກຕຳແໜ່ງ. ໜັງສືພິມ New York Times ຖືວ່າ ລັດຖະບານ ອາເມລິກາຖືຍີ່ປຸ່ນແມ່ນປະເທດພັນທະມິດທີ່ມີທີ່ຕັ້ງສຳຄັນທີ່ສຸດຢູ່ອາຊີ. ເລື່ອງ ທ່ານ Abe Shinzo ລາອອກຈາກຕຳແໜ່ງຈະສ້າງຜົນສະທ້ອນໃດໜຶ່ງເຖິງຍຸດທະສາດການຕ່າງປະເທດຢູ່ອາຊີຂອງ ອຳນາດການປົກຄອງ ປະທານາທິບໍດີ Donald Trump.
(ແຫຼ່ງຄັດຈາກ VOV)